ລະ​ອຽດ, ສຳ​ລັບ​ຂົງ​ເຂດ​ໂລ​ຫະ, ອາ​ເມ​ລິ​ກາ ສືບ​ຕໍ່​ຮັກ​ສາ​ລະ​ດັບ​ອັດ​ຕາ​ພາ​ສ​ີ 50% ສຳ​ລັບ​ເຫຼັກ​ກ້າ, ອາ​ລູ​ມີ​ນຽມ ແລະທອງນຳ​ເຂົ້າ​ຕາມ​ມາ​ດ​ຕາ 232. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ທີ​ການ​ເກັບ​ພາ​ສີ​ໄດ້​ຮັບ​ການ​ດັດ​ປັບ​ເມື່ອ​ນຳ​ໃຊ້​ລາ​ຄາຕົວ​ຈິງ​ທີ່​ລູກ​ຄ້າ ອາ​ເມ​ລິ​ກາ ​ຕ້ອງ​ຈ່າຍ, ໂດຍ​ປ່ຽນ​ແທນ​ໃຫ້​ມູນ​ຄ່າ​ທີ່​ໄດ້​ແຈ້ງອອກ, ເພື່ອແນ​ໃສ່​ຈຳ​ກັດ​ສະ​ພາບ​ແຈ້ງ​ມູນ​ຄ່າ​ຕ່ຳ​ເພື່ອຫຼຸດ​ອັດ​ຕາ​ພາ​ສີ.

leftcenterrightdel
ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ . ພາບ: AP

ຕາມ​ນະ​ໂຍ​ບາຍ​ໃໝ່​ແລ້ວ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​​ອັດ​ຕາໂລ​ຫະ​ຕ່ຳ​ກວ່າ 15% ຕາມ​ນ້ຳ​ໜັກ​​ຈະ​ໄດ້​ຍົກ​ເວັ້ນ​ພາ​ສີ​ 100%. ສຳ​ລັບ​ຜະ​ລິດ​ຕະ​ພັນ​ທີ່​ມີ​ອັດ​ຕາ​ໂລ​ຫະ​ສູງກວ່າ 15%, ລະ​ດັບ​ອັດ​ຕາ​ພາ​ສີ​ຈະຫຼຸດ​ລົງ​ເຫຼືອ​ພຽງ 25% ແຕ່​ໝູນ​ໃຊ້​ສຳ​ລັບ​ມູນ​ຄ່າ​ທັງ​ໝົດ​ຂອງ​ສິນ​ຄ້າ. ນອກ​ຈາກ​ນັ້ນ​ແລ້ວ, ​ເຄື່ອງ​ອຸ​ປະ​ກອນ​ອຸດ​ສາ​ຫະ​ກຳ ແລະຕາ​ໜ່າງ​ໄຟ​ຟ້າ​ຈຳ​ນວນ​ໜຶ່ງ​ທີ່​ນຳ​ໃຊ້​ໂລ​ຫະຫຼາຍ ຈະ​ໄດ້​ຮັບ​ອັດ​ຕາ​ພາ​ສີ​ພິ​ເສດ 15% ຮອດ​ປີ 2027 ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ. ບັນ​ດາ​ຜະ​ລິດ​ຕະ​ພັນຜະ​ລິດ​ຢູ່​ຕ່າງ​ປະ​ເທດ ແຕ່​ນຳ​ໃຊ້​ວັດ​ຖຸ​ດິບ​ເປັນ​ໂລ​ຫະ​ທັງ​ໝົດ​ຈາກ ອ​າ​ເມ​ລິ​ກາ ກໍ​ໄດ້​ໝູນ​ໃຊ້​ອັດ​ຕາ​ພາ​ສີທີ່​ຕ່ຳ​ກວ່າ, ປະ​ມານ 10%.

ແຫຼ່ງຄັດຈາກ: vovworld.vn