ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ອີຣານ ປະກາດສະແດງຄວາມຊົມເຊີຍ ຕໍ່ທຸກຂໍ້ລິເລີມທາງການທູດ
ວັນທີ 15 ມີນາ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດອີຣານ ໄດ້ຢັ້ງຢືນວ່າ ເຕເຮຣານ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນ ທີ່ພາໄປເຖິງການຢຸດຕິການປະທະກັນ ຢູ່ພາກພື້ນຕາເວັນອອກກາງ ຕາມທິດຮັບປະກັນຄວາມສະເໝີພາບ ໃຫ້ແກ່ເຕເຮຣານ.
ຄຳເຫັນດັ່ງກ່າວຄ້າຍຄືກັນກັບການຖະແຫຼງກ່ອນນັ້ນຂອງທ່ານປະທານາທິບໍດີອີຣານ Masoud Pezeshkian ໂດຍຖືວ່າ ປະເທດນີ້ຈະພິຈາລະນາທຸກຂໍ້ລິເລີ່ມຂອງບັນດາປະເທດອິດສະລາມ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີພາກພື້ນ, ຟື້ນຟູສະຖຽນລະພາບ, ຄວາມໝັ້ນຄົງ ແລະສັນຕິພາບຢູ່ພາກພື້ນຕາເວັນອອກກາງ.
ໂດຍຕອບສຳພາດຕໍ່ນັກຂ່າວໜັງສືພິມ Al-Araby Al-Jadeed, ທ່ານລັດຖະມົນຕີການຕ່າງປະເທດອີຣານ ໃຫ້ຮູ້ວ່າ ປັດຈຸບັນບໍ່ມີຂໍ້ລິເລີ່ມລະອຽດໃດໃຫ້ແກ່ການຢຸດຕິສົງຄາມ ແຕ່ “ພວກຂ້າພະເຈົ້າຈະສະແດງຄວາມຊົມເຊີຍຕໍ່ທຸກຂໍ້ລິເລີ່ມໃນພາກພື້ນພາໄປເຖິງໝາກຜົນແຫ່ງຄວາມຍຸຕິທຳ”. ທ່ານກໍ່ໃຫ້ຮູ້ວ່າ ທ່ານ Ayatollah Mojtaba Khamenei ການນຳສູງສຸດຄົນໃໝ່ຂອງອີຣານ ພວມມີສຸຂະພາບແຂງແຮງ ແລະ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.
ແຫຼ່ງຄັດຈາກ: vovworld.vn