IEA ສະເໜີປ່ອຍປະລິມານນ້ຳມັນແຮສາງສະຖິຕິ ເພື່ອຫຼຸດລາຄານ້ຳມັນລົງ
ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ປ່ອຍປະລິມານນ້ຳມັນແຮສາງຫຼາຍສຸດໃນປະຫວັດສາດ ເພື່ອແນໃສ່ຫຼຸດລາຄານ້ຳມັນ ທີ່ພວມເພີ່ມຂຶ້ນຢ່າງແຮງຍ້ອນຄວາມເຄັ່ງຕຶງການປະທະກັນຕາເວັນອອກກາງ ພວມເພີ່ມຂຶ້ນ.
ໜັງສືພິມລາຍວັນ Wall Street Journal ໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ປະລິມານນ້ຳມັນແຮສາງ ຄາດວ່າຈະໄດ້ປ່ອຍອອກສູ່ຕະຫຼາດຂຶ້ນເຖິງ 182 ລ້ານຖັງ, ລື່ນກາຍຕົວເລກທີ່ບັນດາປະເທດສະມາຊິກ IEA ໄດ້ຂາຍອອກສູ່ຕະຫຼາດໃນປີ 2022 ພາຍຫຼັງທີ່ ລັດເຊຍ ຜັນຂະຫຍາຍບັ້ນການທະຫານຢູ່ ຢູແກຼນ. ຂໍ້ສະເໜີໄດ້ຍົກອອກມາໃນການຖະແຫຼງຂ່າວດ່ວນຂອງ 32 ປະເທດສະມາຊິກ IEA ກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໃນວັນທີ 10 ມີນາ ແລະຄຳຕັດສິນສຸດທ້າຍຈະໄດ້ປະກາດໃນວັນທີ 11 ມີນາ.
ປັດຈຸບັນ, ອົງການ IEA ໄດ້ສະສົມນ້ຳມັນແຮສາງກວ່າ 1,2 ຕື້ຖັງ ແລະປະມານ 600 ລ້ານຖັງ ໂດຍວິສາຫະກິດຄຸ້ມຄອງຕາມຄຳສັ່ງຂອງລັດຖະບານ.
ແຫຼ່ງຄັດຈາກ: vovworld.vn