ສອງຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ ໃນ​ຖາ​ນະເປັນ​ຜູ​້​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະ​ຊາ​ຊາດ, ຈີນ ແລະ ລັດ​ເຊຍ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍຸ​ຕິ​ທຳ, ພາ​ວະ​ວິ​ໄສ​ໃນ​ບັນ​ດາ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຫຼັກ​ການ.

ຕາມ​ທ່ານ​ ຫວັງອີ ແລ້ວ, ໃນ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່ຕາ​ເວັນ​ອອກ​ກາງ ຍັງ​ບໍ່​ທັນ​ມີ​ສັນ​ຍານ​ຫຼຸດ​ລົງນັ້ນ, ມາດ​ຕະ​ການ​ແກ້​ໄຂ​ພື້ນ​ຖານ​ສຳ​ລ​ັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ​ຢູ່​​ຊ່ອງ​ແຄບທະ​ເລ Hormuz ແມ່ນ​ຕ້ອງ​ບັນ​ລຸ​ໄດ້​ຄຳ​ສັ່ງ​ຢ​ຸດ​ຍິງ ແລະຢຸ​ດ​ຕິ​ການ​ປະ​ທະ​ກັນໂດຍ​ໄວ. ທ່ານກໍ່​ໃຫ້​ຮູ້​ວ່າ ປະ​ເທດນີ້​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ສົມ​ທ​ົບ​ກັບ​ລັດ​ເຊຍ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ຮັກ​ສາ​ການ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ, ປົ​ກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ກໍ​ຄື​ຄວາມ​ໝັ້​ນ​ຄົງ​ລວມ​ຂອງ​ທົ່ວ​ໂລກ.

ສ່ວນ​ຝ່າຍ ລັດ​ເຊຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Sergei Lavrov ຢືນ​ຢັນ​ວ່າ ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ລັດ​ເຊຍ ພ້ອມ​ແລ້ວ​​ທີ່ຈະ​ສົມ​ທົບ​ກັບຈີນ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສືບ​ຕໍ່​ຊຸກ​ຍູ້ຄວາມ​ມາ​ນະ​ພະ​ຍາ​ຍາມຢ​ຸດ​ຍິງ.

ແຫຼ່ງຄັດຈາກ: vovworld.vn