ຕາມສຳນັກຂ່າວສານ Ukrinform ແລ້ວ, ທ່ານປະທານາທິບໍດີ Volodymyr Zelensky  ໃຫ້ຮູ້ວ່າ ອາເມລິກາ ໄດ້ສະເໜີຈັດການເຈລະຈາຮອບໃໝ່ດ້ວຍການເຂົ້າຮ່ວມຂອງຢູແກຼນ ແລະລັດເຊຍ. ການພົບປະໃນເບື້ອງຕົ້ນຄາດວ່າໄດ້ດຳເນີນໃນອາທິດນີ້ຢູ່ຕວກກີ ແຕ່ຫຼັງຈາກນັ້ນ ອາເມລິກາ ໄດ້ໂຈະໄວ້ຍ້ອນສະພາບການຜັນແປຢູ່ຕາເວັນອອກກາງ.

ທ່ານ Volodymyr Zelensky ໃຫ້ຮູ້ວ່າໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຕວກກີ Recep Tayyip Erdogan  ເພື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ, ພິເສດແມ່ນຄວາມເຄັ່ງຕຶງກ່ຽວຂ້ອງເຖິງອີຣານ.

ແຫຼ່ງຄັດຈາກ: vovworld.vn