ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Alxander Novak ຮອງນາຍົກລັດຖະມົນຕີລັດເຊຍ ເນັ້ນໜັກວ່າ ຄາດວ່າ ບັນດາບໍລິສັດພະລັງງານຂອງລັດເຊຍ ຈະເພີ່ມທະວີແຫຼ່ງສະໜອງໃຫ້ບັນດາຕະຫຼາດໃໝ່ ແລະພວມດຳເນີນການເຈະລະຈາກັບຫຼາຍຄູ່ຮ່ວມມື. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການ ລັດເຊຍ ພິຈາລະນາດັດປັບຍຸດທະສາດສົ່ງອອກພະລັງງານພາຍຫຼັງສະຫະພາບເອີຣົບ (EU) ຕົກລົງຄ່ອຍໆຫຼຸດຜ່ອນ ແລະດຳເນີນການຢຸດຕິການນຳເຂົ້າອາຍແກັດຈາກ ລັດເຊຍ.

ກ່ອນໜ້ານັ້ນ, ວັນທີ 5 ມີນາ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ການຢຸດຕິການສະໜອງອາຍແກັດໃຫ້ແກ່ເອີຣົບ ໃນໄວໆນີ້ ອາດຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ລັດເຊຍ, ເມື່ອສະຫະພາບເອີຣົບ ພວມຜັນຂະຫຍາຍບັນດາມາດຕະການຈຳກັດສຳລັບເຊື້ອເພີງຈາກລັດເຊຍ ເທື່ອລະກ້າວ.

ແຫຼ່ງຄັດຈາກ: vovworld.vn