ຕົວເລກດັ່ງກ່າວ ໂດຍທ່ານ Amir Saeid ເອກອັກຄະລັດຖະທູດອີຣານ ປະກາດກັບບັນດານັກຂ່າວຢູ່ສຳນັກງານ ສປຊ ຢູ່ນະຄອນນິວຢອກ, ອາເມລິກາ. ເປັນອັນວ່າ, ການເສຍຊີວິດ ແລະບາດເຈັບ ທີ່ອີຣານ ຕ້ອງແບກຫາບໃນ 7 ວັນເກີດການປະທະກັນກັບອາເມລິກາ ແລະອິດສະຣາແອັນ, ແມ່ນສູງກວ່າທົບເຄິ່ງເທົ່າຈຳນວນຜູ້ຮັບບາດເຈັບ ແລະເສຍຊີວິດໃນບັ້ນສົງຄາມ 12 ວັນ ທີ່ເກີດຂຶ້ນໃນເດືອນມິຖຸນາ 2025 ກັບອິດສະຣາແອັນ.

ໃນຂະນະນັ້ນ, ວັນທີ 6 ມີນາ, ທ່ານ Donald Trump ປະທານາທິບໍດີອາເມລິກາ ຖະແຫຼງວ່າຈະບໍ່ເຊັນບໍ່ວ່າຂໍ້ຕົກລົງໃດກັບອີຣານ ຖ້າບໍ່ແມ່ນການ “ຍອມຈຳນົນແບບບໍ່ມີເງື່ອນໄຂ”. ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ພາຍຫຼັງທີ່ອີຣານ ຄັດເລືອກໜຶ່ງ ຫຼືຫຼາຍການນຳໃໝ່ “ທີ່ໄດ້ຮັບການຮັບຮອງ”, ອາເມລິກາ ພ້ອມກັບບັນດາພັນທະມິດຈະສົມທົບກັນເພື່ອຊ່ວຍອີຣານ ຫຼີກລ້ຽງບັນດາວິກິດການອັນຮ້າຍແຮງ  ແລະ ຊຸກຍູ້ການຟື້ນຟູເສດຖະກິດ.

ແຫຼ່ງຄັດຈາກ: vovworld.vn