ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ຈີນ ແລະ ລັດເຊຍ ຮຽກຮ້ອງການຢຸດຍິງ
ວັນທີ 1 ມີນາ, ທ່ານ ຫວັງ ອີ້ ລັດຖະມົນຕີການຕ່າງປະເທດຈີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ຕາມການສະເໜີຈາກຝ່າຍລັດເຊຍ ເພື່ອແລກປ່ຽນກ່ຽວກັບສະພາບການອີຣານ ໃນປັດຈຸບັນ.
ທ່ານ ຫວັງ ອີ້ ໃຫ້ຮູ້ວ່າ ດ້ວຍການຊຸກຍູ້ຂອງຈີນ ແລະ ລັດເຊຍ, ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 28 ກຸມພາ ໄດ້ດຳເນີນໂດຍດ່ວນກ່ຽວກັບສະພາບການອີຣານ. ຈີນ ໄດ້ມີຄວາມສະເໝີຕົ້ນສະເໝີປາຍປະຕິບັດຕາມບັນດາເປົ້າໝາຍ ແລະ ຫຼັກການຂອງ ກົດບັດ ສປຊ. ຕາມທ່ານ ຫວັງ ອີ້ ແລ້ວ, ເລື່ອງ ອາເມລິກາ ແລະ ອິດສະລາແອັນ ດຳເນີນການບຸກໂຈມຕີ ອີຣານ ໃນວິວັດການເຈລະຈາລະຫວ່າງອາເມລິກາ ແລະ ອີຣານ ແມ່ນບໍ່ອາດຍອມຮັບໄດ້; ການກະທຳເຂັ່ນຂ້າການນຳຂອງປະເທດທີ່ມີອະທິປະໄຕ ແລະ ຍູ້ແຮງການປ່ຽນແປງລະບອບແມ່ນບໍ່ອາດຍອມຮັບໄດ້, ລະເມີດກົດໝາຍສາກົນ ແລະ ບັນດາມາດຖານພື້ນຖານຂອງການພົວພັນສາກົນ. ທ່ານ ຫວັງ ອີ້ ຊີ້ແຈ້ງຫຼັກໝັ້ນຂອງຈີນ ລວມມີ 3 ທັດສະນະ: ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງຢຸດຕິການກະທຳດ້ານການທະຫານຢ່າງທັນທີ, ສະກັດກັ້ນການປະທະກັນແຜ່ລາມໃນວົງກວ້າງ ແລະລື່ນກາຍການຄວບຄຸມ, ກັບຄືນສູ່ການໂອ້ລົມ ແລະເຈລະຈາໂດຍໄວ; ຄັດຄ້ານການກະທຳແບບພຽງລຳພັງຝ່າຍດຽວ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າ ບັນດາການບຸກໂຈມຕີດ້ານການທະຫານຂອງອາເມລິກາ ແລະ ອິດສະລາແອັນ ເລັ່ງໃສ່ອີຣານ ກໍ່ຜົນເສຍຫາຍຢ່າງຮ້າຍແຮງຕໍ່ສະຖຽນລະພາບຂອງພາກພື້ນຕາເວັນອອກກາງ.
ແຫຼ່ງຄັດຈາກ: vovworld.vn