leftcenterrightdel
ພາບປະກອບ: Reuters

ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ໄດ້ດຳເນີນໃນວັນດຽວກັນ, ທ່ານນາງ Claudia Sheinbaum ປະທານາທິບໍດີເມັກຊີໂກ ໄດ້ຕີລາຄາສູງໝາກຜົນຂອງການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ, ຢັ້ງຢືນວ່າ ທ່ານນາງມີການໂອ້ລົມທາງໂທລະສັບທີ່ປະສົບຜົນສຳເລັດບົນຈິດໃຈເຄົາລົບນັບຖືເຊິ່ງກັນ ແລະກັນ ກັບທ່ານ Donald Trump. ໄປຄຽງຄູ່ກັບການບັນລຸໄດ້ຂໍ້ຕົກລົງກ່ຽວກັບດ້ານພາສີອາກອນ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບບັນດາຂົງເຂດສຳຄັນຄືບັນຫາຊາວອົບພະຍົບ ແລະຄວາມໝັ້ນຄົງເຂດຊາຍແດນ.

ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທີ 4 ລະຫວ່າງທ່ານນາງ Claudia Sheinbaum ແລະທ່ານ Donald Trump ທີ່ກ່ຽວຂ້ອງເຖິງບັນຫາພາສີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຢູ່ເຂດ ອາເມລິກາເໜືອ ແລະເປັນຄັ້ງທີ 2 ທີ່ທ່ານ Donald Trump ໂຈະແຜນການຈັດວາງພາສີເພີ່ມສຳລັບສິນຄ້ານຳເຂົ້າຈາກ ເມັກຊີໂກ.

ແຫຼ່ງຄັດຈາກ: vovworld.vn