ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ກໍ່ສະແດງຄວາມຊົມເຊີຍຕໍ່ຫຼັກໝັ້ນຂອງອຳນາດການປົກຄອງປະທານາທິບໍດີອາເມລິກາ ໃນການແກ້ໄຂການປະທະກັນຢູ່ ຢູແກຼນ, ທ່ານເນັ້ນໜັກວ່າ ເລື່ອງອາເມລິກາ ຢຸດຕິການອຸປະຖຳດ້ານການທະຫານໃຫ້ແກ່ຢູແກຼນ ອາດຈະຊ່ວຍຢຸດຕິການປະທະກັນຢູ່ຢູແກຼນ ໂດຍໄວ.

leftcenterrightdel
ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ. ພາບ: EPA

ສຳລັບບັນຫາຈັດສົ່ງກຳລັງປະຕິບັດການຮັກສາສັນຕິພາບຂອງ EU ໄປຍັງຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າ ສິ່ງນີ້ໝາຍຄວາມວ່າ ບັນດາປະເທດ EU, NATO ໄດ້ເຂົ້າຮ່ວມສົງຄາມຕ້ານລັດເຊຍ ໂດຍກົງຢ່າງເປັນທາງການ.

ແຫຼ່ງຄັດຈາກ: vovworld.vn