leftcenterrightdel
ການພົບປະລະຫວ່າງການນຳຂອງຈີນ ແລະ ອິນເດຍ. ພາບ:  ANI

ນີ້ແມ່ນການພົບປະຢ່າງເປັນທາງການຄັ້ງທຳອິດລະຫວ່າງການນຳສອງປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກໃນຮອບເວລາ 5 ປີຜ່ານມາ. ແຈ້ງການຂອງກະຊວງການຕ່າງປະເທດອິນເດຍ ໄດ້ປະກາດພາຍຫຼັງກອງປະຊຸມຢູ່ Kazan, ລັດເຊຍ ໄດ້ເຜີຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີອິນເດຍ ແລະທ່ານປະທານປະເທດຈີນ ໄດ້ຊົມເຊີຍຂໍ້ຕົກລົງທີ່ຫາກໍບັນລຸໄດ້ກ່ຽວກັບເລື່ອງປະຕິບັດສຳເລັດການຖອນກຳລັງທະຫານ ແລະແກ້ໄຂບັນດາບັນຫາເກີດຂຶ້ນເມື່ອປີ 2020 ຢູ່ເຂດຊາຍແດນ ອິນເດຍ - ຈີນ. ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi  ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນຫາບໍ່ລົງລອຍກັນ ແລະຂັດແຍ້ງກັນໃຫ້ສົມເຫດສົມຜົນ, ບໍ່ໃຫ້ສົ່ງຜົນກະທົບຕໍ່ສັນຕິພາບ ແລະຄວາມສະງົບຢູ່ເຂດຊາຍແດນ. ການນຳຂອງອິນເດຍ - ຈີນ ຕົກລົງເຫັນດີນຳກັນວ່າ ການພົວພັນສອງຝ່າຍເປັນປົກກະຕິ ຈະສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn