ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະເບີກຈ່າຍຈຳນວນເງິນກວ່າ 2,3 ຕື້ເອີໂລ (2,5 ລ້ານໂດລາສະຫະລັດ) ເພື່ອປັບປຸງເຂດຊາຍແດນທາງທິດຕາເວັນອອກ, ກໍ່ແມ່ນທິດຕາເວັນອອກຂອງສະຫະພາບ ເອີລົບ (ອີຢູ). ທ່ານຊີ້ແຈ້ງວ່າ, ໂປໂລຍ ໄດ້ຕົກລົງ ລົງທຶນຈຳນວນເງິນ 2,3 ຕື້ເອີໂລ ໃຫ້ແກ່ຄວາມໝັ້ນຄົງແຫ່ງຊາດ ແລະຍິ່ງກວ່ານັ້ນແມ່ນເພື່ອຮັບປະກັນໃຫ້ເຂດທາງທິດຕາເວັນອອກ ແລະ ເອີ້ນນີ້ແມ່ນ “ກຳແພງທາງທິດຕາເວັນອອກ”. ເຂດຊາຍແດນທາງທິດຕາເວັນອອກຂອງ ໂປໂລຍ ຕິດກັບ ເບລາຣຸດ, ຢູແກຼນ ແລະເຂດ Kaliningrad ຂອງ ລັດເຊຍ.

ແຫຼ່ງຄັດຈາກ: vovworld.vn