ສອງຝ່າຍມີການທາບທາມຄວາມເຫັນທີ່ມີລັກສະນະສ້າງສັນກ່ຽວກັບບັນດາບັນຫາພາກພື້ນ ໃນຄວາມມານະພະຍາຍາມ ຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນ, ເນັ້ນໜັກຄວາມສຳຄັນຂອງການຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນ ໃນບັນດາຂົງເຂດທີ່ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ ແລະ ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

leftcenterrightdel
ພາບ: usasiapacific.com

ໃນໂອກາດນີ້, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບບັນດາບັນຫາອາຊີຕາວັນອອກ ແລະ ປາຊີຟິກ  ແລະ ທ່ານ ຊຸນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບນະໂຍບາຍຂອງສອງປະເທດ ແລະ ຝ່າຍອາເມລິກາ ໄດ້ເນັ້ນໜັກເຖິງຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງປະເທດນີ້.

ແຫຼ່ງຄັດຈາກ: vovworld.vn