leftcenterrightdel
ທ່ານນາງ Kamala Harris, ຮອງປະທານາທິບໍດີອາເມລິກາ ແລະທ່ານ Ferdinand Marcos, ປະທານາທິບໍດີຟີລິບປິນ. ພາບ: AP

ທີ່ການພົບປະ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ຢັ້ງຢືນຄືນໃໝ່ກຳລັງແຮງຂອງສອງປະເທດພັນທະມິດລະຫວ່າງ ອາເມລິກາ ແລະຟີລິບປິນ ແລະເນັ້ນໜັກຄວາມສຳຄັນຂອງການເປີດກ້ວາງການພົວພັນດ້ານຄວາມໝັ້ນຄົງ, ເສດຖະກິດ ແລະປະຊາຊົນ. ທ່ານນາງ Kamala Harris ຊົມເຊີຍເລື່ອງທ່ານປະທານາທິບໍດີ Ferdinand Marcos ປະກາດສະຖານທີ່ການທະຫານໃໝ່ 4 ແຫ່ງ ຕາມຂໍ້ຕົກລົງຮ່ວມມືດ້ານປ້ອງກັນປະເທດເພີ່ມທະວີ ອາເມລິກາ - ຟີລິບປິນ ເພື່ອແນໃສ່ປັບປຸງຄວາມໝັ້ນຄົງຂອງຟີລິບປິນ. ທ່ານນາງຮອງປະທານາທິບໍດີອາເມລິກາ ກໍ່ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງອາເມລິກາ ສຳລັບການຮັກສາບັນດາກົດລະບຽບ ແລະຫຼັກການສາກົນ ເຊິ່ງລວມມີຢູ່ທະເລຕາເວັນອອກ, ກໍ່ຄືຄຳໝັ້ນສັນຍາຂອງອາເມລິກາ ໃນການປົກປັກຮັກສາຟີລິບປິນ ຕາມມາດຕາທີ່ລະບຸໄວ້ໃນສົນທິສັນຍາປ້ອງກັນຮ່ວມລະຫວ່າງສອງປະເທດທີ່ໄດ້ລົງນາມໃນປີ 1951.

ແຫຼ່ງຄັດຈາກ: vovworld.vn