leftcenterrightdel
ພາບປະກອບ: Reuters

ຕາມຂໍ້ຕົກລົງແລ້ວ, ຄະນະກຳມະການເອີລົບ ຈະສະໜອງ 1 ຕື້ເອີໂລ ໃຫ້ແກ່ບັນດາປະເທດອີຢູ ເພື່ອສະໜອງລູກປືນໃຫຍ່ 1 ລ້ານລູກ ໃຫ້ຢູແກຼນ ທີ່ເອົາມາຈາກສາງຂອງບັນດາປະເທດນີ້. ນອກນັ້ນ, ຈະຈ່າຍຈຳນວນເງິນ 1 ຕື້ເອີໂລ ເພື່ອຊື້ລູກປືນລວມຕື່ມອີກ. ເລື່ອງສັ່ງຊື້ຈະໄດ້ຜັນຂະຫຍາຍແຕ່ເດືອນ ພຶດສະພາ ຈະມາເຖິງ. ນອກນັ້ນ, ທີ່ກອງປະຊຸມ, ການນຳບັນດາປະເທດອີຢູ ກໍ່ປຶກສາຫາລືມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ, ໃນນັ້ນຈະພິຈາລະນາເປັນພິເສດເຖິງການເຄື່ອນໄຫວດ້ານການຄ້າກັບມົດສະກູ ໂດຍຜ່ານປະເທດທີ 3 ຈຳນວນໜຶ່ງ.

ແຫຼ່ງຄັດຈາກ: vovworld.vn