leftcenterrightdel
ທ່ານ ກວຽນຢາງ ລັດຖະມົນຕີກະຊວງການຕ່າງປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ກວຽນຢາງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເນັ້ນໜັກວ່າ ຈຸດປະສົງຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ (GSI) ແມ່ນເພື່ອຍົກສູງວິໄສທັດກ່ຽວກັບຄວາມໝັ້ນຄົງລວມ, ຮອບດ້ານ, ຮ່ວມມື ແລະຍືນຍົງ; ເດີນຕາມເປົ້າໝາຍຍາວນານ ນັ້ນແມ່ນສ້າງປະຊາຄົມຄວາມໝັ້ນຄົງ ແລະສະໜັບສະໜູນຕໍ່ໄລຍະທາງໃໝ່ສຳລັບຄວາມໝັ້ນຄົງ ດ້ວຍການເຈລະຈາ ແທນໃຫ້ການສູ້ຢັນກັນ, ຮ່ວມມືແທນໃຫ້ການຮ່ວມສຳພັນທະມິດ ແລະບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

GSI ເຊີດຊູບົດບາດເປັນໃຈກາງຂອງ ສປຊ ໃນການບໍລິຫານຄວາມໝັ້ນຄົງ, ຊຸກຍູ້ການສົມທົບກັນ ແລະການພົວພັນແລກປ່ຽນຢ່າງປອດໃສລະຫວ່າງບັນດາປະເທດໃຫຍ່, ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນດາບັນຫາຮ້ອນເຮັ່ງໂດຍສັນຕິວິທີຜ່ານການເຈລະຈາ, ແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ພ້ອມທັງປັບປຸງລະບົບ ແລະກຳລັງຄວາມສາມາດຄວບຄຸມຄວາມໝັ້ນຄົງທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn