ບ້ວງເງິນດັ່ງກ່າວ ແມ່ນເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນອາກາດ ແລະຕ້ານເຮືອບິນບໍ່ມີຄົນຂັບຂອງຢູແກຼນ. ນອກຈາກເພີ່ມເຕີມການຊ່ວຍເຫຼືອດ້ານຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລ້ວ, ອາເມລິກາ ກໍ່ສືບຕໍ່ຮຽກຮ້ອງບັນດາປະເທດພັນທະມິດ ແລະຄູ່ຮ່ວມມືໜູນຊ່ວຍ ຢູແກຼນ ໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.

leftcenterrightdel
HIMARS ໄດ້ນຳວາງສະແດງ ຢູ່ Estonia ເມື່ອເດຶອນມັງກອນ 2023. (ພາບ:  REUTERS)

ໃນວັນດຽວກັນ, ໂຄສົກລັດຖະບານເຢຍລະມັນ ທ່ານ Steffen Hebestreit ຮັບຮູ້ວ່າ: ປະເທດນີ້ ໄດ້ເປີດໂອກາດໃຫ້ການສົ່ງອອກລົດຕັງ Leopard-1 ໃຫ້ແກ່ ຢູແກຼນ. ກ່ອນໜ້ານັ້ນ ລັດຖະບານເຢຍລະມັນ ໄດ້ແຈ້ງວ່າຈະມອບໂອນລົດຕັງປະເພດທັນສະໄໝ Leopard-2 ໃຫ້ແກ່ຢູແກຼນ ຈາກສາງສະສົມຂອງກອງທັບເຢຍລະມັນ.

ແຫຼ່ງຄັດຈາກ: vovworld.vn