ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ກວ່າ 3,1 ລ້ານຄົນ, ເປັນມື້ທີ 2 ຢ່າງລຽນຕິດທີ່ຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ລື່ນກາຍ 3 ລ້ານຄົນ. ອາເມລິກາ ແມ່ນປະເທດມີຜູ້ຕິດເຊື້ອພະຍາດຫຼາຍກວ່າໝູ່ໃນໂລກ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ, ອີຕາລີ, ແອັດສະປາຍ…

ກ່ຽວຂ້ອງເຖິງວິທີການປິ່ນປົວ, ວັນທີ 14 ມັງກອນ, ອົງການອະນາໄມໂລກ (WHO) ໄດ້ໃຫ້ສັດຕະຍາບັນ 2 ວິທີປິ່ນປົວໂລກລະບາດໂຄວິດ-19 ໃໝ່, ຜ່ານນັ້ນໄດ້ເພີ່ມເຄື່ອງມືປາຍແຫຼມ ພ້ອມກັບວັກຊິນທີ່ພວມມີຢູ່ແລ້ວ ເພື່ອສະກັດກັ້ນຄວາມສ່ຽງເຈັບໜັກ ແລະ ເສຍຊີວິດໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19. 2 ວິທີປິ່ນປົວດັ່ງກ່າວລວມມີການນຳໃຊ້ຢາປິ່ນປົວອັກເສບຂໍ້ກະດູກມີພາກສ່ວນ Baricitinib ແລະ ນຳໃຊ້ຢາພູມຕ້ານທານລວມ Sotrovimab.

ແຫຼ່ງຄັດຈາກ: vovworld.vn