leftcenterrightdel
ທ່ານຜູ້ອຳນວຍການໃຫຍ່ອົງການ WHO Tedros Adhanom Ghebreyesus. (ພາບປະກອບ: AFP).

ໄລ່ຮອດເວລາ 1 ໂມງຂອງວັນທີ 15 ທັນວາ (ຕາມເວລາ UTC) ທົ່ວໂລກກວດພົບຜູ້ຕິດເຊື້ອໂຄວິດ-19 ກວ່າ 271,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,3 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວ່າ 244,2 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 51,1 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 800.000 ຄົນ. ເອີລົບ ສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ-19 ເມື່ອຈຳນວນຜູ້ຕິດເຊື້ອພະຍາດໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາກວມເຖິງ 59% ຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກ.

ວັນທີ 14 ທັນວາ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ໄວຣັດສາຍພັນໃໝ່ Omicron ຂອງໄວຣັດ SARS-CoV-2 ພວມແຜ່ລະບາດດ້ວຍລະດັບທີ່ບໍ່ເຄີຍມີມາກ່ອນ. ຕາມທ່ານຜູ້ອຳນວຍການໃຫຍ່ອົງການ WHO Tedros Adhanom Ghebreyesus ແລ້ວ, ໄລ່ມາຮອດປະຈຸບັນ, ໄວຣັດ Omicron ໄດ້ແຜ່ລະບາດສູ່ 77 ປະເທດ ແລະ ເຂດແຄ້ວນແລ້ວ. WHO ກະຕຸກຊຸກຍູ້ບັນດາປະເທດຄວນມີການກະທຳຢ່າງໄວ ເພື່ອຈຳກັດການແຜ່ລະບາດນີ້.

ແຫຼ່ງຄັດຈາກ: vovworld.vn