ບັນດາທ່ານລັດຖະມົນຕີຕ່າງປະເທດຂອງອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ ແລະ ອາເມລິກາ ພ້ອມກັບສະຫະພາບເອີລົບ ຄາດວ່າ ຈະປຶກສາຫາລືຫລາຍບັນຫາ, ໃນນັ້ນ ມີມາດຕະການຮັບປະກັນການຟື້ນຟູເສດຖະກິດ ຫລັງໂຄວິດ-19. ນີ້ກໍ່ແມ່ນຄັ້ງທຳອິດລັດຖະມົນຕີຕ່າງປະເທດ ບັນດາປະເທດ ອາຊຽນ (ເວັ້ນເສຍແຕ່ ມຽນມາ) ຈະເຂົ້າຮ່ວມການປຶກສາຫາລືກັບບັນດາລັດຖະມົນຕີຕ່າງປະເທດ G7 ທີ່ກອງປະຊຸມດຳເນີນໃນວັນທີ 12 ທັນວາ.

ອັງກິດ ແມ່ນປະເທດພວມຮັກສາຕຳແຫນ່ງປະທານໝູນວຽນ G7 ກໍ່ໄດ້ເຊື້ອເຊີນ ອົດສະຕາລີ, ສ ເກົາຫລີ ແລະ ອິນເດຍ ເຂົ້າຮ່ວມບັນດາກອງປະຊຸມເປີດ ເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ລວມມີ ຄວາມໝັ້ນຄົງແຫ່ງຊາດ, ບັນດາມາດຕະການຮັບມືກັບໂລກລະບາດໂຄວິດ ໃນສະພາບຄວາມວິຕົກກັງວົນຕໍ່ການແຜ່ລາມຂອງສາຍພັນ Omicron.

ແຫຼ່ງຄັດຈາກ: vovworld.vn