ລັດຖະມົນຕີຕ່າງປະເທດຈີນ ເຈລະຈາກັບລັດຖະມົນຕີຕ່າງປະເທດ ສິງກະໂປ
ວັນທີ 13 ກັນຍາ, ທ່ານລັດຖະມົນຕີຕ່າງປະເທດ ຈີນ ຫວັງອີ ໄດ້ມີການເຈລະຈາ ກັບທ່ານລັດຖະມົນຕີຕ່າງປະເທດ ສິງກະໂປ Vivian Balakrishnan. ນີ້ແມ່ນການເຈລະຈາທີ່ນອນໃນຂອບເຂດການຢ້ຽມຢາມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃນລະຫວ່າງວັນທີ 10 – 13 ກັນຍາ ຂອງທ່ານລັດຖະມົນຕີຕ່າງປະເທດ ຈີນ.
    |
 |
ທ່ານລັດຖະມົນຕີຕ່າງປະເທດ ຈີນ ຫວັງອີ ເຈລະຈາ ກັບທ່ານລັດຖະມົນຕີຕ່າງປະເທດ ສິງກະໂປ Vivian Balakrishnan. ພາບ: MFA/ straitstimes.com |
ນະທີ່ນີ້, ທ່ານລັດຖະມົນຕີຕ່າງປະເທດ ຈີນ ຫວັງອີ ຖືວ່າ ສອງຝ່າຍຕ້ອງຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງມີໄຫວພິບ, ເພີ່ມທະວີການປ້ອງກັນ, ຕ້ານ ແລະຮ່ວມມືກັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19, ຊຸກຍູ້ການສ້າງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເສີມຂະຫຍາຍບົດບາດຂອງ “ຊ່ອງທາງທະເລ - ດິນຕໍ່ແຜ່ນໃໝ່”, ຕິດພັນກັບກົນໄກລ້ານຊ້າງ-ແມ່ນ້ຳຂອງ, ຈຸດສຸມແມ່ນຂຸດຄົ້ນກຳລັງຄວາມສາມາດໃນການຮ່ວມມືໃນຂົງເຂດການຄ້າເອເລັກໂຕນິກ, ປັນຍາປະດິດ, ຖານຂໍ້ມູນໃຫຍ່ ແລະບັນດາຂົງເຂດຕ່າງໆເພື່ອພັດທະນາການພົວພັນລະຫວ່າງສອງປະເທດ. ຈີນ ພ້ອມແລ້ວທີ່ຈະເຮັດວຽກກັບບັນດາປະເທດອາຊຽມ, ໃນນັ້ນມີສິງກະໂປ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ອາຊຽນ - ຈີນ ແລະ ຍົກລະດັບການພົວພັນນີ້.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຮ່ວມມືກັບຈີນ ຢ່າງເລິກເຊິ່ງກວ້າງຂວາງ ໃນບັນດາຂົງເຂດປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ... ສິງກະໂປສະໜັບສະໜູນເລື່ອງຍູ້ແຮງການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ” (COC), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະຢືດໝັ້ນນຳໃຊ້ກົນໄກຫຼາຍຝ່າຍເພື່ອແກ້ໄຂບັນດາບັນຫາ ແລະສິ່ງທ້າທາຍໃໝ່, ພ້ອມທັງຊຸກຍູ້ການພັດທະນາຢ່າງມີຄວາມສະເໝີພາບ ແລະຍືນຍົງຂອງໂລກ.
ແຫຼ່ງຄັດຈາກ: vovworld.vn