leftcenterrightdel
ບັນດາມືປືນຕາລີບານຢູ່ນະຄອນຫຼວງ Kabul, Afghanistan. ພາບ: THX/ສໍານັກຂ່າວສານຫວຽດນາມ.

ວັນທີ 1 ກັນຍາ, ທ່ານ Muhammad Zohir Agbar, ເອກອັກຄະລັດຖະທູດ Afghanistan ປະຈຳ Tajikistan, ໄດ້ຮຽກຮ້ອງ ສປຊ ຕ້ອງເຂົ້າຮ່ວມວິວັດການສັນຕິພາບຢູ່ Afghanistan ພ້ອມທັງກ່າວເຕືອນປະເທດຕ່າງໆ ບໍ່ຟ້າວຮັບຮູ້ບົດບາດຂອງກຳລັງ ຕາລີບານ ຢູ່ປະເທດນີ້.

ເມື່ອຕອບສຳພາດສຳນັກຂ່າວສານ Sputniknews ຂອງລັດເຊຍ, ທ່ານເອກອັກຄະລັດຖະທູດ  Muhammad Zohir Agbar  ສະເໜີໃຫ້ບັນດາປະເທດໃຫຍ່ທີ່ມີຜົນປະໂຫຍດສະເພາະຢູ່ Afghanistan ບໍ່ຟ້າວຮັບຮູ້ບົດບາດຂອງກຳລັງ ຕາລີບານ. ສປຊ ຄວນເຂົ້າຮ່ວມວິວັດການສັນຕິພາບຢູ່ Afghanistan ເພື່ອໃຫ້ຜົນປະໂຫຍດທັງໝົດຂອງ ປຊຊ ລ້ວນແຕ່ໄດ້ຮັບການພິຈາລະນາ; ເພື່ອ ຕາລີບານ ສ້າງຕັ້ງລັດຖະບານມີຫຼາຍຜູ້ຕາງໜ້າ ແລະ ຈັດຕັ້ງການເລືອກຕັ້ງດ້ວຍການເຂົ້າຮ່ວມຢ່າງສຸດຈິດສຸດໃຈຫາກໍ່ບໍ່ມີລັກສະນະເປັນຮູບການຂອງທຸກຊົນເຜົ່າຢູ່ Afghanistan ໃນວິວັດການນີ້.

ແຫຼ່ງຄັດຈາກ: vovworld.vn