leftcenterrightdel
ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ: REUTERS

ໃນຖະແຫຼງການຮ່ວມພາຍຫຼັງການປຶກສາຫາລືລະຫວ່າງທ່ານນາຍົກລັດຖະມົນຕີອັງກິດ Boris Johnson  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 10 ມິຖຸນາ, ສອງຝ່າຍໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາສຳລັບຂໍ້ຕົກລົງດັ່ງກ່າວໂດຍຍັງເປັນທີ່ຮູ້ຈັກເຖິງດ້ວຍຊື່ວ່າ ຂໍ້ຕົກລົງ Belfast, ເມືອງເອກຂອງອຽກລັງເໜືອ.

ທ່ານນາຍົກລັດຖະມົນຕີ Johnson ກໍ່ຫຼຸດຄວາມແຕກຕ່າງກັນກັບ ວໍຊິງຕັນລົງກ່ຽວກັບຜົນສະທ້ອນຂອງເລື່ອງອັງກິດ ຖອນຕົວອອກຈາກ ສະຫະພາບເອີລົບ (EU), ຫຼືຍັງໄດ້ເອີ້ນວ່າ Brexit, ສຳລັບສັນຕິພາບຢູ່ ອຽກລັງເໜືອ, ແລະ ເນັ້ນໜັກວ່າ ອາເມລິກາ, ລາຊະອານາຈັກອັງກິດ ແລະ EU “ມີຄວາມເຫັນດີເຫັນພ້ອມ” ໃນການຊອກຫາບັນດາວິທີການແກ້ໄຂ ເພື່ອແນໃສ່ປົກປ້ອງຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn