leftcenterrightdel
ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ ກ່ຽວກັບດິນຟ້າອາກາດ. ພາບ: Reuters.

ຖະແຫຼງການຮ່ວມລະຫວ່າງ ຈີນ ແລະ ອາເມລິກາ ຊຶ່ງກ່ຽວຂ້ອງເຖິງການຮັບມືກັບບັນດາຄວາມສ່ຽງດ້ານດິນຟ້າອາກາດຫາກໍ່ໄດ້ຝ່າຍຈີນ ປະກາດໃນຕອນເຊົ້າວັນທີ 18 ເມສາ ພາຍຫຼັງການຢ້ຽມຢາມ ຊຽງໄຮ, ປະເທດຈີນ ຂອງທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ.

ຖະແຫຼງການໄດ້ຝ່າຍຈີນ ປະກາດພາຍຫຼັງການເຈລະຈາ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 – 16 ເມສາ ຢູ່ ຊຽງໄຮລະຫວ່າງທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ ກ່ຽວກັບດິນຟ້າອາກາດ ແລະ ຄູ່ຮ່ວມຕຳແໜ່ງຈີນ. ຕາມນັ້ນແລ້ວ, ສອງຝ່າຍລ້ວນແຕ່ລໍຄອຍກອງປະຊຸມສຸດຍອດທາງອອນລາຍກ່ຽວກັບດິນຟ້າອາກາດໂດຍ ອາເມລິກາ ຈັດຂຶ້ນໃນລະຫວ່າງວັນທີ 22 – 23 ເມສາ ຈະມາເຖິງ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາຈະສົມທົບກັນໃນກົນໄກຫຼາຍຝ່າຍເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງດິນຟ້າອາກາດ. ຖະແຫຼງການຮ່ວມເນັ້ນໜັກວ່າ ຈີນ ແລະ ອາເມລິກາ ຈະສຸມກຳລັງຮ່ວມມືກັນ ແລະ ກັບບັນດາປະເທດ ພ້ອມກັນແກ້ໄຂວິກິດການທາງດິນຟ້າອາກາດ ແລະ ຮັບມືອີງຕາມຄວາມສ່ຽງ, ຮີບດ່ວນຂອງບັນຫາ. ມຸ່ງໄປສູ່ອະນາຄົດ, ສອງຝ່າຍຈະຮ່ວມມື ແລະ ພ້ອມກັບບັນດາຝ່າຍເພີ່ມທະວີການປະຕິບັດຂໍ້ຕົກລົງ Paris.

ແຫຼ່ງຄັດຈາກ: vovworld.vn