ໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີອີຢິບ Abdel – Fattah El – Sisi ໃນວັນທີ 28 ມີນາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ສະແດງຄວາມຫວັງວ່າ ອີຢິບ, ຊູດັງ ແລະເອທີໂອປີ ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາເຂື່ອນໄຟຟ້ານ້ຳຕົກ GERD ໃຫ້ສອດຄ່ອງກັບຜົນປະໂຫຍດຂອງສາມປະເທດ. ທ່ານປະທານາທິບໍດີອີຢິບ Abdel – Fattah El – Sisi ກໍເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງສາມປະເທດທີ່ກ່ຽວຂ້ອງຕ້ອງບັນລຸຂໍ້ຕົກລົງນິຕິກຳທີ່ຮອບດ້ານ ແລະຄວາມຜູກມັດກ່ຽວກັບເລື່ອງສະສົມນ້ຳ ແລະເຄື່ອນໄຫວຂອງ GERD.
ປະທານາທິບໍດີສອງປະເທດ ກໍໄດ້ປຶກສາຫາລືກ່ຽວກັບບັນຫາ ເຊິ່ງພາກພື້ນລ້ວນແຕ່ມີຄວາມສົນໃຈ ແລະຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ. ກ່ຽວກັບບັນຫາລີບີ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຕີລາຄາສູງບົດບາດສຳຄັນຂອງອີຢິບ ໃນການແກ້ໄຂວິກິດການລີບີ ພ້ອມທັງຢັ້ງຢືນວ່າ ຝລັ່ງ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັບ Cairo ກ່ຽວກັບບັນຫານີ້. ປະທານາທິບໍດີສອງທ່ານ ກໍຕົກລົງເຫັນດີກ່ຽວກັບຄວາມຈຳເປັນທີ່ຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມລວມ ແນໃສ່ຕ້ານການກໍ່ການຮ້າຍຢູ່ຂົງເຂດ Sahel ທະວີບອາຟະລິກາ.
ແຫຼ່ງຄັດຈາກ: vovworld.vn
Type the code from the image