leftcenterrightdel
ສັກ​ວັກ​ຊິນໃຫ້ແກ່ປະຊາຊົນຢູ່ນະຄອນຫຼວງປາຣີ, ປະເທດຝະລັ່ງ. ພາບ: pri.org.

ທ່ານ ຊາຣ ມີ​ແຊ​ວ ປະທານ​ຄະນະ​ມົນຕີ​ເອີຣົບ ​ໄດ້​ສົ່ງ​ໜັງສືເຖິງ​ປະ​ເທດບັນດາຜູ້ນຳ​ສະມາຊິກ ກ່ອນ​ຈັດ​ກອງ​ປະຊຸມດັ່ງກ່າວ ວ່າ: ທະວີບ​ເອີຣົບ ພວມ​ປະ​ເຊີນ​ກັບການ​ຕໍ່ສູ້ກັບ​ພະຍາດ​ໂຄ​ວິດ-19 ​ລວມທັງ​ການ​ກາຍພັນຂອງ​ເຊື້ອ​ໄວ​​ເຮັດ​ໃຫ້ການ​ຕໍ່ສູ້​ຂອງ​ພະຍາດຍັງ​​ແຜ່ລະບາດ​ເປັນການ​ທ້າ​ທາຍ​ຢ່າງ​ຫລວງຫລາຍ.

ດັ່ງ​ນັ້ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດໃນ​ຂະນະ​ນີ້ ກໍ່​ຄືເລັ່ງຂະ​ບວນການ​ສັກ​ວັກ​ຊິນ​ໃນ​​ເອີຣົບ. ກອງ​ປະຊຸມສຸດ​ຍອດ​ໃນ​ຄັ້ງນີ້ຈະ​ມີ​ການ ເຈລະຈາກ່ຽວ​ກັບວິທີ​ການ​ກຳນົດ ​ແລະການ​ໃຊ້ “​​ໃບຮັບ​ຮອງວັກ​ຊິນ”.  ປັດຈຸບັນ, ຫລາຍ​ປະ​ເທດພວມ​ດຳ​ເນີນຂະ​ບວນການ ປຶກສາ​ຫາລືເພື່ອ​ປະກາດ​ໃຊ້​​ໃບຮັບ​ຮອງວັກ​ຊິນເພື່ອ​ຢືນຢັນ​ວ່າ: ​ໄດ້​ສັກ​ວັກ​ຊິນ​ແລ້ວ  ​ແລະອາດ​ຈະ​ກາຍ​ເປັນໜັງສື​ໃນການ​ເດີນທາງທີ່​ສາມາດ​ໃຊ້​ທົ່ວ​ປະ​ເທດ. ນອກຈາກ​ນັ້ນ, ກອງ​ປະຊຸມ​ສຸດ​ຍອດ​ໃນຄັ້ງ​ນີ້ຍັງຈະ​ປຶກສາ​ຫາລືເຖິງ​ຄວາມ​ໝັ້ນຄົງທາງ​ພາກ​ພື້ນ ​ແລະ​ບັນຫາສຳຄັນ​ອື່ນໆ.

ຂ່າວ: ຂປລ