leftcenterrightdel
ທ່ານປະທານາທິບໍດີອາເມລິກາ Joe Biden. ພາບ: Reuters

ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີອາເມລິກາ Joe Biden ເນັ້ນໜັກວ່າ ການຮັບມືກັບວິກິດການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາບຸລິມະສິດສູງສຸດຂອງທ່ານ. ຕາມທ່ານ Joe Biden ແລ້ວ, ການປ່ຽນແປງຂອງດິນຟ້າອາກາດແມ່ນວິກິດການທົ່ວໂລກ ແລະມີລັກສະນະເປັນຕາຍ, ສະນັ້ນ ອາເມລິກາ ຈະບໍ່ຊັກຊ້າໃນການເຂົ້າຮ່ວມແກ້ໄຂບັນຫາດັ່ງກ່າວ.

ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ປະກາດແຜນການໃຊ້ຈ່າຍ 2000 ຕື້ໂດລາສະຫະລັດ ໃນໄລຍະ 4 ປີ ແນໃສ່ນຳໃຊ້ພະລັງງານສະອາດເພີ່ມຂຶ້ນໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ໄຟຟ້າ, ກໍ່ສ້າງ ແລະຈຳກັດການນຳໃຊ້ຖ່ານຫີນ ແລະ ນ້ຳມັນອາຍແກັສ.

ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken  ເນັ້ນໜັກວ່າ ຕ້ານການປ່ຽນແປງຂອງດິນຟ້າອາກາດ ອີກຄັ້ງໜຶ່ງແມ່ນໃຈກາງຂອງບັນດາບຸລິມະສິດການພົວພັນພາຍໃນ ແລະການພົວພັນຕ່າງປະເທດຂອງອາເມລິກາ.

ແຫຼ່ງຄັດຈາກ: vovworld.vn