ຝ່າຍອິນເດຍ ໃຫ້ຮູ້ວ່າ ພົນທະຫານ 3 ຄົນຂອງປະເທດນີ້ໄດ້ເສຍຊີວິດ ແລະ 3 ຄົນໄດ້ຮັບບາດເຈັບໃນບັນດາການປະທະກັນທີ່ເກີດຂຶ້ນໃນວັນທີ 13 ພະຈິກ. ຕຳຫລວດຢູ່ Kashmir ສ່ວນທີ່ ອິນເດຍ ຄວບຄຸມກໍ່ໃຫ້ຮູ້ວ່າ: ມີສາມັນຊົນ 3 ຄົນເສຍຊີວິດ ແລະ ໜ້ອຍສຸດມີ 3 ຄົນໄດ້ຮັບບາດເຈັບ.
ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ ປາກິດສະຖານ ກໍ່ປະກາດກ່ຽວກັບການເສຍຊີວິດ ແລະ ບາດເຈັບຂອງປະເທດນີ້ ແຕ່ບໍ່ເຜີຍໃຫ້ຮູ້ຕົວເລກລະອຽດ. ຄວາມເຄັ່ງຕຶງລະຫວ່າງ ອິນເດຍ - ປາກິດສະຖານ ປີນຂັ້ນໄດພຽງໃນ 5 ວັນເທົ່ານັ້ນ ພາຍຫລັງທີ່ພົນທະຫານ ອິນເດຍ 3 ຄົນເສຍຊີວິດໃນການຍິງປີນປະທະກັນກັບບັນດາພົນທະຫານ ປາກິດສະຖານ.
ແຫຼ່ງຄັດຈາກ: vovworld.vn
Type the code from the image