leftcenterrightdel
ພາບປະກອບ / Reuters

ຂໍ້ຕົກລົງດັ່ງກ່າວໂດຍທ່ານ Valdis Dombrovkis ຮອງປະທານຄະນະກຳມະການເອີຣົບ ຮັບຜິດຊອບດ້ານການຄ້າປະກາດໃນກອງປະຊຸມຂ່າວໃນວັນທີ 09 ພະຈິກ ຢູ່ ບຣຸກແຊນ ປະເທດ ແບນຊິກ. ຕາມທ່ານ Dombrovkis ແລ້ວ, ອີຢູ ຈຳຕ້ອງຍົກອອກຂໍ້ຕົກລົງທີ່ເປັນໜ້າເສຍດາຍດັ່ງກ່າວພາຍຫຼັງຝ່າຍ ອາເມລິກາ ບໍ່ມີສັນຍານຜ່ອນສັ້ນຜ່ອນຍາວ ແລະ ຢຸດຕິການເກັບພາສີຕໍ່ບັນດາປະເພດສິນຄ້າສົ່ງອອກຂອງອີຢູ.

ເຖິງວ່າໄດ້ປະກາດຈະຈັດວາງພາສີລົງໂທດອາເມລິກາ, ແຕ່ອີຢູ ກໍ່ເຜີຍໃຫ້ຮູ້ວ່າ ກຸ່ມນີ້ຈະຢຸດຕິການໂຕ້ຕອບໃນທັນທີຖ້າ ອາເມລິກາ ຢຸດຕິການຈັດວາງອັດຕາພາສີສູງຕໍ່ບັນດາຜະລິດຕະພັນຂອງອີຢູ.

ແຫຼ່ງຄັດຈາກ: vovworld.vn