ບຸນປີໃໝ່ປະຈໍາຊາດຂອງ​ບັນ​ດາ​ປະ​ເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບ​ລະ​ຫວ່າງປະຊາຊົນບັນດາປະເທດໃນອາຊຽນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອງຄຽງໃຫ້ຫຼາຍກວ່າອີກ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນຫວຽດນາມເວົ້າລວມ ກໍ່ຄືປະຊາຊົນນະຄອນໂຮ່ຈິມິນ ເວົ້າສະເພາະກັບບັນດາປະເທດ.

leftcenterrightdel
ພິທີກໍາພາວະນາຂໍໃຫ້ມີຄວາມສະຫງົບສຸກໃນໂອກາດບຸນປີໃໝ່ຂອງກຳປູເຈຍ, ລາວ ແລະ ໄທ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ປາດຖະໜາວ່າ ຜ່ານການວາດພາບຮີດຄອງປະເພນີຂອງບຸນປີໃໝ່, ດ້ວຍບັນດາພິທີກຳອັນສັກກາລະບູຊານັ້ນ ຈະນຳມາເຊິ່ງຄວາມປະທັບໃຈອັນດີງາມ, ຄວາມຊົງຈຳກ່ຽວກັບຈຸດຄວາມງາມຂອງວັດທະນະທຳທີ່ເປັນມູນເຊື້ອ ແລະຄວາມສາມັກຄີມິດຕະພາບຂອງບັນດາປະເທດໃນກຸ່ມອາຊຽນ ໃຫ້ແກ່ປະຊາຄົມຊາວລາວ, ກຳປູເຈຍ, ໄທ ທີ່ພວມດຳລົງຊີວິດຢູ່ນະຄອນ ກໍຄືປະຊາຊົນນະຄອນໂຮ່ຈີມິນ.

ເນື່ອງໃນໂອກາດນີ້, ວັນທີ 12 ເມສາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ກໍ່ຈະຈັັດຕັ້ງການ​ແຂ່ງ​ຂັນ​ກິ​ລາ ໃນໂອກາດ​ບຸນ​ປີ​ໃໝ່ ກຳ​ປູ​ເຈຍ - ລາວ ປີ 2026 ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ແລະ​ປະ​ຊາ​ຄົມ​ຊາວ ກຳ​ປູ​ເຈຍ - ລາວ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽ​ນ, ເຮັດ​ວຽກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ໂດຍ: ທູຈາງ