leftcenterrightdel
ທ່ານ Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Hun Sen ໃຫ້ຮູ້ວ່າ, ວັນສະເຫຼີມສະຫຼອງໄຊຊະນະວັນທີ 7 ມັງກອນ ຄົບຮອບ 47 ປີ ແມ່ນວັນປະຫວັດສາດ, ຕິດພັນກັບເຫດການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot, ກອບກູ້ເອົາຊີວິດ ແລະຟື້ນຟູຊົນຊາດ ແລະປະຊາຊົນກຳປູເຈຍ, ເປີດສັງກາດໃໝ່ໃຫ້ແກ່ປະເທດ: ສັງກາດແຫ່ງເອກະລາດ, ເສລີພາບ, ປະຊາທິປະໄຕ, ຄວາມກ້າວໜ້າທາງສັງຄົມ.

ທ່ານ Hun Sen ເນັ້ນໜັກວ່າ: “ຜ່ານເຫດການປະຫວັດສາດນີ້, ພວກເຮົາຈະລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນຂອງແນວໂຮມສາມັກຄີກູ້ຊາດກຳປູເຈຍ ຕະຫຼອດການ, ພ້ອມກັບການຊ່ວຍເຫຼືອ, ໜູນຊ່ວຍອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ ໃນການຕໍ່ສູ້ໂຄ່ນລົ້ມລະບອບໂຫດຫ້ຽມນີ້”.

​ໃນ​ບົດນໍາດ້ວຍ​ຫົວ​ຂໍ້​ດຽວ​ກັນ ​ສະບັບອອກ​ວັນ​ທີ 7 ມັງກອນ​, ສຳນັກ​ຂ່າວສານ​ກຳປູ​ເຈຍ (AKP) ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ ເຫດການສະເຫຼີມສະຫຼອງວັນ​ໄຊຊະນະ​ວັນ​ທີ 7 ມັງກອນປີ​ນີ້ ​​ບໍ່​ຈັດຕັ້ງຢ່າງສົດກຽດ, ​ແຕ່ວ່າ​ວັນ​ນີ້​ຍັງ​ຄົງ​ແມ່ນ​ວັນ​ເກີດ​ທີ 2 ຂອງ​ປະຊາຊົນ​ກຳປູ​ເຈຍ ​ແລະແມ່ນ​ວັນ​ປະຫວັດສາດ​ທີ່​ບໍ່​ສາມາດຫຼົງ​ລືມ​ໄດ້.

ໂດຍ: ທູຈາງ