leftcenterrightdel
ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ

ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ, ລວມມີເລືອກຕັ້ງສະມາຊິກສະພາຕ່ຳ 400 ທ່ານຕາມຫົວໜ່ວຍເລືອກຕັ້ງ ແລະ ສະມາຊິກສະພາຕ່ຳ 100 ທ່ານ ຕາມບັນຊີລາຍຊື່ພັກ. ທ່ານນາຍົກລັດຖະມົນຕີໄທ ບໍ່ໄດ້ຮັບການເລືອກຕັ້ງໂດຍກົງ ແຕ່ສະພາຕ່ຳຊຸດໃໝ່ຈະເລືອກຕັ້ງໃນຈຳນວນຜູ້ສະໝັກຮັບເລືອກຕັ້ງໂດຍບັນດາພັກການເມືອງສະເໜີ. ສິ່ງທີ່ໜ້າສົນໃຈ, ນີ້ແມ່ນຄັ້ງທຳອິດນັບແຕ່ລັດຖະທຳມະນູນ 2017 ໄດ້ຮັບຮອງເອົາ, ສະມາຊິກສະພາສູງບໍ່ມີສິດເລືອກຕັ້ງ.

ການເລືອກຕັ້ງຈະສິ້ນສຸດໃນເວລາ 5 ໂມງຂອງວັນດຽວກັນ ແລະ ຄາດວ່າຈະປະກາດໝາກຜົນບໍ່ເປັນທາງການຂອງ 90% ຍອດຈຳນວນບັດເລືອກຕັ້ງໃນເວລາແຕ່ 21 -23 ໂມງຂອງວັນດຽວກັນ.

ແຫຼ່ງຄັດຈາກ: vovworld.vn