ຫວຽດນາມ ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ-ຈີນ ໃຫ້ຫຼາຍກວ່າອີກ
ກປ.ອອນໄລ - ກອງປະຊຸມ ຄັ້ງທີ 27 ຄະນະກຳມະການຮ່ວມມືລວມ ຂັ້ນເອກອັກຄະລັດຖະທູດລະຫວ່າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ດໍາເນີນໃນວັນທີ 30 ມີນາ ຢູ່ອິນໂດເນເຊຍ.
ທ່ານນາງ ໂຕນທິຫງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ໂຕນທິຫງອກເຮືອງ ໄດ້ຕີລາຄາສູງຄວາມໝາຍ ແລະຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ-ຈີນ, ໂດຍເນັ້ນໜັກເຖິງບົດບາດ ແລະການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງບັນດາປະເທດ, ໂດຍສະເພາະແມ່ນປະເທດມະຫາອຳນາດເຊັ່ນ ຈີນ, ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ອຳນວຍຄວາມສະດວກໃຫ້ການຮ່ວມມື ແລະການພັດທະນາຢູ່ພາກພື້ນ.
    |
 |
|
ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ-ຈີນ ຄັ້ງທີ 27. ພາບ: vov.vn |
ທ່ານນາງ ໂຕນທິຫງອກເຮືອງ ໄດ້ຍົກອອກຂໍ້ສະເໜີລະອຽດຈໍານວນໜຶ່ງແນໃສ່ຊຸກຍູ້ການຮ່ວມມື ອາຊຽນ-ຈີນ ໃນຂົງເຂດຕ່າງໆ, ເຊັ່ນ: ການຮ່ວມມືທາງທະເລທີ່ສອດຄ່ອງກັບເນື້ອໃນຈິດໃຈຂອງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ການຕ້ານ ແລະສະກັດກັ້ນອາດຊະຍາກຳເຕັກໂນໂລຊີສູງ; ໜູນຊ່ວຍວິສາຫະກິດຍົກສູງປະສິດທິຜົນໃນການຂຸດຄົ້ນສັນຍາການຄ້າເສລີ ອາຊຽນ-ຈີນ (ACFTA 3.0) ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP); ວິທະຍາສາດ-ເຕັກໂນໂລຊີ-ການປ່ຽນແປງໃໝ່ປະດິດຄິດສ້າງ, ລວມມີເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ ເຊັ່ນ: ປັນຍາປະດິດ (AI), ກວນເຕີມ, ເຕັກໂນໂລຊີແບດເຕີຣີ; ການເຊື່ອມຕໍ່ໂຄງລ່າງຄົມມະນາຄົມທາງບົກ, ທາງລົດໄຟ; ການພັດທະນາພະລັງງານທົດແທນ, ໃນນັ້ນມີໂຄງລ່າງພະລັງງານແບບຍືນຍົງໃນພາກພື້ນ; ສະເໜີໃຫ້ຝ່າຍຈີນ ສືບຕໍ່ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າທີ່ເວທີປາໄສອະນາຄົດອາຊຽນ 2026.
ໂດຍ: ຈອນນີ່ ສະເຫຼີມສັກ