ອາຊຽນ ສວມບົດບາດຍຸດທະສາດສໍາຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 14 ມັງກອນ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ, ເນື່ອງໃນໂອກາດທີ່ທ່ານ ມາຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີດີຈີຕອນອາຊຽນ (ADGMIN) ຄັ້ງທີ 6.
ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈູງ ຕີລາຄາສູງບົດບາດທີ່ຕັ້ງໜ້າ ແລະການປະກອບສ່ວນອັນສໍາຄັນຂອງທ່ານ Kao Kim Hourn ແລະກອງເລຂາອາຊຽນ ຕໍ່ກັບວຽກງານລວມຂອງອາຊຽນ, ກໍ່ຄືການໜູນຊ່ວຍ ແລະການຮ່ວມມື ເຊິ່ງ ທ່ານ Kao Kim Hourn ແລະກອງເລຂາອາຊຽນ ສະຫງວນໃຫ້ຫວຽດນາມ ໃນໄລຍະຜ່ານມາ.
    |
 |
|
ທ່ານ ເລຮວ່າຍຈູງ ຕ້ອນຮັບທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ. ພາບ: ໜັງສຶພິມໂລກ ແລະຫວຽດນາມ |
ທ່ານ ເລຮວ່າຍຈູງ ກໍ່ແບ່ງປັນຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ຜ່ານການປະຕິບັດ ແລະຂຸດຄົ້ນບັນດາຂໍ້ຕົກລົງພາກພື້ນ ຄື ສັນຍາການຄ້າສິນຄ້າອາຊຽນ (ATIGA), ເຄືອຂ່າຍໄຟຟ້າອາຊຽນ (APG) ຢ່າງມີປະສິດທິຜົນ...
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດາມ ຈະດໍາເນີນໃນລະຫວ່າງວັນທີ 19-25 ມັງກອນ, ທ່ານ ເລຮວ່າຍຈູງ ໄດ້ແບ່ງປັນບົນພື້ນຖານການຕີລາຄາ ແລະສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະວາງອອກບັນດາເປົ້າໝາຍ ແລະກໍານົດທິດທາງພັດທະນາຮອບດ້ານໃຫ້ແກ່ຫວຽດນາມ ໃນສັງກາດໃໝ່. ທ່ານ ເລຮວ່າຍຈູງ ກໍ່ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະອາຊຽນ ຍາມໃດກໍ່ມີທີ່ຕັ້ງ ແລະບົດບາດຍຸດທະສາດສໍາຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn |
ສ່ວນທ່ານ Kao Kim Hourn ຊົມເຊີຍ ແລະສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດຫວຽດນາມ ຈະຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດສ້າງສາ ແລະພັດທະນາປະເທດ, ປະກອບສ່ວນເພີ່ມທະວີບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະສາກົນໃຫ້ຫຼາຍກວ່າອີກ.
ທ່ານເລຂາທິການໃຫຍ່ອາຊຽນ ກໍ່ສະແດງຄວາມຂອບໃຈ ແລະຢືນຢັນວ່າ ຈະເຂົ້າຮ່ວມເວທີອະນາຄົດອາຊຽນ (AFF) ຄັ້ງທີ 3 ເຊິ່ງ ຄາດວ່າຈະໄດ້ຈັດຕັ້ງໃນປີ 2026. ທ່ານ Kao Kim Hourn ກໍ່ແບ່ງປັນການຕີລາຄາສູງກ່ຽວກັບຫົວຂໍ້ “ພ້ອມກັນກໍານົດອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ຂອງເວທີ, ແລະເຊື່ອໝັ້ນວ່າ ເວທີ ຈະຊ່ວຍໃຫ້ບັນດາປະເທດອາຊຽນ ໃນວິວັດການປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະແຜນການຍຸດທະສາດຕ່າງໆ ອີກດ້ວຍ.
ໂດຍ: ໄຊນີດາ