ຊຸກຍູ້ການພົວພັນອາຊຽນ-ອັງກິດ ພັດທະນາຕາມທິດແທດຈິງ, ມີປະສິດທິຜົນ
ກປ.ອອນໄລ - ໃນລະຫວ່າງວັນທີ 30 - 31 ມີນາ, ທີ່ Wilton Park, ລາຊະອານາຈັກອັງກິດ ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ-ອັງກິດ ຄັ້ງທີ 5.
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ແລະທ່ານນາງ Christina Scott, ຫົວໜ້າກົມໃຫຍ່ເຄືອຂ່າຍສາກົນ, ຫົວໜ້າ SOM ລາຊະອານາຈັກອັງກິດ ໄດ້ເປັນປະທານຮ່ວມກອງປະຊຸມ. ຫວຽດນາມ ເປັນປະເທດປະສານງານການພົວພັນອາຊຽນ-ອັງກິດ ອາຍຸການ 2024-2027.
    |
 |
|
ບັນຍາກາດທີ່ກອງປະຊຸມ SOM ອາຊຽນ-ອັງກິດ. ພາບ: mofa.gov.vn |
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ຢືນຢັນວ່າ ອາຊຽນ ແລະ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືກັບອັງກິດ, ບົດບາດ ແລະການປະກອບສ່ວນຂອງອັງກິດ; ຕາມນັ້ນແລ້ວ, ທ່ານໄດ້ສະເໜີໃຫ້ສຸມໃສ່ການຊຸກຍູ້ການພົວພັນອາຊຽນ-ອັງກິດ ພັດທະນາຕາມທິດແທດຈິງ, ມີປະສິດທິຜົນ, ມີຍຸດທະສາດ ແລະຍາວນານ, ບໍ່ພຽງແຕ່ປັບຕົວເທົ່ານັ້ນ ຫາກຍັງນໍາໜ້າບັນດາທ່າອ່ຽງພັດທະນາໃໝ່ອີກດ້ວຍ.
ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ສະເໜີວ່າສອງຝ່າຍຕ້ອງເພີ່ມທະວີການເຈລະຈາຍຸດທະສາດ, ການແລກປ່ຽນຂັ້ນສູງ ແລະການສົມທົບກັນໃນໂຄງການດໍາເນີນງານໃນພາກພື້ນ ແລະທົ່ວໂລກ, ພິເສດແມ່ນໃນປີ 2027 ເມື່ອອັງກິດ ເປັນປະທານ G20, ຫວຽດນາມ ເປັນປະທານ APEC ແລະ ສິງກະໂປ ເປັນປະທານອາຊຽນ.
ກ່ຽວກັບເສດຖະກິດ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ຊົມເຊີຍການເຂົ້າຮ່ວມຂອງອັງກິດ ໃນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ຜ່ານນັ້ນສ້າງກໍາລັງໜູນເພີ່ມເຕີມໃຫ້ແກ່ການພົວພັນດ້ານການຄ້າ, ການລົງທຶນກັບອາຊຽນ; ຢືນຢັນວ່າ ໃນບົດບາດເປັນປະທານ CPTPP ໃນປີ 2026, ຫວຽດນາມ ຈະສົມທົບກັບບັນດາປະເທດ ເພື່ອຊຸກຍູ້ CPTPP, ໃນນັ້ນມີການຈັດການເຈລະຈາດ້ານການຄ້າ ແລະການລົງທຶນ ອາຊຽນ-CPTPP ຄັ້ງທີ 2 ໃນປີ 2026.
ໂດຍ: ຈາງຫງວຽນ