ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຈີນ ໃນ 6 ປີລຽນຕິດ, ໃນຂະນະທີ່ຈີນ ກໍ່ຍັງເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງອາຊຽນ ໃນເວລາ 17 ປີລຽນຕິດ.

ຕາມທ່ານ Xu Ningning, ປະທານຄະນະກຳມະການຮ່ວມມືດ້ານອຸດສາຫະກຳໃນຂອບເຂດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຈີນ-ອາຊຽນ ມີຄວາມມາມາດຟື້ນຕົວໃນລະດັບສູງ, ປີ 2026,  ວົງເງິນການຄ້າສອງຝ່າຍຄາດວ່າຈະລື່ນກາຍ 8.000 ຕື້ຢວນ (ປະມານ 1.164 ຕື້ໂດລາສະຫະລັດ).

ຄວາມໝັ້ນຄົງຂອງການພົວພັນດ້ານການຄ້າ ຈີນ-ອາຊຽນ ບໍ່ແມ່ນເລື່ອງບັງເອີນແຕ່ເປັນໝາກຜົນຂອງການສົມທົບສາມປັດໄຈຫຼັກແຫຼ່ງ, ຄື: ຜົນປະໂຫຍດຂອງລະບົບ, ລັກສະນະເພີ່ມເຕີມອຸດສາຫະກຳ ແລະຄວາມສາມາດເຊື່ອມຕໍ່.

ທ່ານ Xu Ningning ຖືວ່າ ການປະຕິບັດເຂດການຄ້າເສລີ ຈີນ-ອາຊຽນ 3.0 ແລະສັນຍາ RCEP ໄດ້ສ້າງຜົນລັບຮ່ວມກັນ, ໂດຍການຫຼຸດຜ່ອນພາສີ ແລະການດັດປັບຂໍ້ກຳນົດສືບຕໍ່ໄດ້ເຮັດໃຫ້ປະກົດຜົນເປັນຈິງ, ສ້າງຂອບເຂດການຮ່ວມມືທີ່ໝັ້ນຄົງສຳລັບການຄ້າສອງຝ່າຍ.

leftcenterrightdel
ຜູ້ແທນໃນກອງປະຊຸມຄະນະກຳມະການຮ່ວມອາຊຽນ-ຈີນ ຄັ້ງທີ 27. ພາບ: ສໍານັກຂ່າວສານຫວຽດນາມ

ລະບົບອຸດສາຫະກຳຂອງທັງສອງຝ່າຍມີຄວາມເຊື່ອມໂຍງກັນຢ່າງເລິກເຊິ່ງ, ດ້ວຍເຄື່ອງຈັກ, ຜະລິດຕະພັນເອເລັກໂຕນິກ ແລະຜະລິດຕະພັນພະລັງງານໃໝ່ຂອງຈີນ ໄດ້ສົ່ງອອກໄປຍັງອາຊຽນຢ່າງຕໍ່ເນື່ອງ, ໃນຂະນະທີ່ຜະລິດຕະພັນກະເສດ ແລະຊັບພະຍາກອນແຮ່ທາດຂອງອາຊຽນ ໄດ້ສະໜອງໃຫ້ຈີນ ຢ່າງມີສະຖຽນລະຜົນ.

ການປະຕິບັດໂຄງການເຊື່ອມຕໍ່ ເຊັ່ນ: ທາງລົດໄຟ ຈີນ-ລາວ ແລະແລວການຄ້າທາງບົກ-ທາງທະເລສາກົນໃໝ່ໄດ້ຫຼຸດຜ່ອນຄ່າຂົນສົ່ງໃນພາກພື້ນຫຼາຍພໍສົມຄວນ ແລະປັບປຸງການສ້າງຄວາມສະດວກໃຫ້ແກ່ການຄ້າ.

ເມື່ອປຽບທຽບປະສິດທິຜົນການຄ້າຂອງຈີນ ກັບຄູ່ຮ່ວມມືໃຫຍ່ອື່ນ, ບົດບາດທີ່ມີສະຖຽນລະພາບຂອງຈີນ ແລະອາຊຽນ ນັບມື້ນັບພົ້ນເດັ່ນກວ່າ. ໃນປີ 2025, ການຄ້າຂອງ ຈີນ ກັບສະຫະພາບເອີຣົບ (ອີຢູ) ບັນລຸ 5.930 ຕື້ຢວນ (ປະມານ 863 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 6%; ການຄ້າຂອງຈີນ ກັບສະຫະລັດອາເມລິກາ ບັນລຸ 4.010 ຕື້ຢວນ (ປະມານ 583 ຕື້ໂດລາສະຫະລັດ), ກວມເອົາ 8,8% ຍອດວົງເງິນການນຳເຂົ້າ ແລະສົ່ງອອກທັງໝົດຂອງຈີນ; ໃນຂະນະທີ່ຍອດມູນຄ່າການຄ້າລະຫວ່າງຈີນ - ອາຊຽນ ບັນລຸ 7.550 ຕື້ຢວນ (ປະມານ 1.098 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 8%, ກວມເອົາ 16,6% ຂອງຍອດວົງເງິນການນຳເຂົ້າ-ສົ່ງອອກ ທັງໝົດຂອງຈີນ.

ທ່ານ Xu Ningning ໄດ້ວິເຄາະວ່າ ອາຊຽນ ໄດ້ນໍາໃຊ້ຜົນປະໂຫຍດຈາກ RCEP ແລະທ່າແຮງຂອງການປະສານການຮ່ວມມືລະຫວ່າງລະບົບຕ່ອງໂສ້ອຸດສາຫະກຳໃນພາກພື້ນ, ກາຍເປັນເສົາຄ້ຳທີ່ສຳຄັນຊ່ວຍໃຫ້ການຄ້າສາກົນຂອງ ຈີນ ມີຄວາມສາມາດຕ້ານທານກັບຄວາມສ່ຽງ.

ກ່ຽວກັບແງ່ຫວັງປີ 2026, ທ່ານ Xu Ningning ຄາດຄະເນວ່າ ການຄ້າ ແລະການລົງທຶນລະຫວ່າງຈີນ ແລະpອາຊຽນຈະມີທ່າອ່ຽງ "ພັດທະນາທີ່ໝັ້ນຄົງ", ດ້ວຍວົງເງິນການຄ້າສອງຝ່າຍທັງໝົດຄາດວ່າຈະລື່ນກາຍ 8 ພັນຕື້ຢວນ (ປະມານ 1.164 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 5%-8% ເມື່ອທຽບກັບປີກ່ອນ.

ໃນດ້ານການລົງທຶນ, ຈີນ ລົງທຶນໃສ່ຂະແໜງການຜະລິດ ແລະການບໍລິການຂອງອາຊຽນ ຈະສືບຕໍ່ເພີ່ມຂຶ້ນ, ໃນຂະນະທີ່ອາຊຽນ ລົງທຶນໃສ່ຂະແໜງກະສິກຳ ແລະພະລັງງານຂອງຈີນ ຈະເຕີບໂຕຢ່າງມີສະຖຽນລະພາບ, ດ້ວຍລະດັບການເຕີບໂຕທັງສອງຝ່າຍອາດຈະບັນລຸ 8%-10%.

ເພື່ອເພີ່ມທະວີການຮ່ວມມືລະຫວ່າງຈີນ ແລະ ອາຊຽນ ໃນໄລຍະຈະມາເຖິງ, ທ່ານ Xu Ningning ໄດ້ວາງອອກ 3 ຂໍ້ສະເໜີທີ່ແທດຈິງ. ທີໜຶ່ງ, ຕ້ອງໝູນໃຊ້ການລົງນາມໃນອະນຸສັນຍາຍົກລະດັບຂອງສັນຍາການຄ້າເສລີຈີນ-ອາຊຽນ 3.0 ເປັນຢ່າງດີ, ໂດຍອີງໃສ່ກົນໄກການຮ່ວມມືແບບເປີດກວ້າງຂອງ RCEP ຢ່າງເລິກເຊິ່ງ - ເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ, ເພື່ອຊຸກຍູ້ການປະຕິບັດການຫຼຸດຜ່ອນພາສີ ແລະການດັດປັບຂໍ້ກຳນົດໃນພາກພື້ນຢ່າງຄົບຖ້ວນ; ສຸມໃສ່ຂົງເຂດຕົ້ນຕໍ, ເຊັ່ນ: ອຸດສາຫະກຳດີຈີຕອນ, ເສດຖະກິດສີຂຽວ ແລະຍານພາຫະນະທີ່ໃຊ້ພະລັງງານໃໝ່, ການສ້າງພື້ນຖານການຮ່ວມມືໃຫ້ແກ່ລະບົບຕ່ອງໂສ້ອຸດສາຫະກຳ, ການລົບລ້າງສິ່ງກີດຂວາງຕໍ່ການຮ່ວມມືລະຫວ່າງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະການລົງທຶນໃນພາກພື້ນ.

ທີສອງ, ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການປະຕິບັດແລວການຄ້າທາງບົກ-ທາງທະເລສາກົນແບບໃໝ່ ແລະໂຄງການເປີດກວ້າງທາງລົດໄຟ ຈີນ-ລາວ, ເພີ່ມປະສິດທິພາບຂະບວນການປະມວນການເກັບພາສີ, ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຄ້າ ແລະ logistics ຕື່ມອີກ, ຍົກສູງປະສິດທິຜົນຂອງປັດໄຈການຜະລິດໃນພາກພື້ນ.

ທີສາມ, ເພື່ອແກ້ໄຂຄວາມສ່ຽງທາງດ້ານພູມສາດການເມືອງ, ຕ້ອງເພີ່ມທະວີການສົມທົບນະໂຍບາຍໃນພາກພື້ນ, ຊຸກຍູ້ການປະຕິບັດສັນຍາການສ້າງຄວາມສະດວກດ້ານການຄ້າ, ສົ່ງເສີມວິສາຫະກິດເປີດກວ້າງໄປສູ່ຕະຫຼາດທີ່ພົ້ນເດັ່ນ ແລະພັດທະນາບັນດາຈຸດເຕີບໂຕທີ່ສຳຄັນເຊັ່ນ: ການຄ້າທາງເອເລັກໂຕນິກຂ້າມຊາຍແດນ ແລະການຄ້າການບໍລິການ...

ທ່ານ Xu Ningning ຢືນຢັນວ່າ ການຮ່ວມມືດ້ານເສດຖະກິດ ແລະການຄ້າລະຫວ່າງ ຈີນ-ອາຊຽນ ມີພື້ນຖານທີ່ໝັ້ນແກ່ນ ແລະມີຄວາມສາມາດຟື້ນຕົວຢູ່ໃນລະດັບສູງ. ດ້ວຍການປັບປຸງກົນໄກການຮ່ວມມືຢ່າງຕໍ່ເນື່ອງ ແລະເຮັດໃຫ້ການສົມທົບກັນດ້ານອຸດສາຫະກຳເລິກເຊິ່ງ, ໃນອະນາຄົດ ການຄ້າ ແລະການລົງທຶນສອງຝ່າຍລະຫວ່າງຈີນ ແລະ ອາຊຽນ ຈະສືບຕໍ່ຮັກສາໄດ້ທ່າເຕີບໂຕ.

ໂດຍ: ຈາງຫງວຽນ