ນີ້ແມ່ນການເຄື່ອນໄຫວສຳຄັນຄັ້ງທຳອິດໃນປີປະທານອາຊຽນ ຂອງຟີລິບປິນ, ໂດຍທ່ານນາງ Maria Theresa Lazaro ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກ ແລະເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານ ເລຮວ່າຍຈຸງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ.
ແລກປ່ຽນທີ່ກອງປະຊຸມ, ບັນດາລັດຖະມົນຕີອາຊຽນ ໄດ້ຕີລາຄາສູງຕໍ່ຫົວຂໍ້ "ຮ່ວມກັນນຳພາອະນາຄົດລວມ" ຂອງການເປັນປະທານອາຊຽນ 2026 ຂອງຟີລິບປິນ, ພ້ອມກັບບັນດາບຸລິມະສິດໃນການປັບປຸງສັນຕິພາບ ແລະຄວາມໝັ້ນຄົງ, ການເປີດກວ້າງກອບວັດທະນາຖາວອນ ແລະຊຸກຍູ້ການມອບສິດໃຫ້ແກ່ປະຊາຊົນ.
    |
 |
|
ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ 2026 ຈັດຂຶ້ນທີ່ປະເທດຟີລິບປິນ. ພາບ: baoquocte.vn |
ບັນດາປະເທດໄດ້ຢືນຢັນສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນກັບຟີລິບປິນ ໃນການຜັນຂະຫຍາຍບັນດາບຸລິມະສິດຂອງປີ, ຜ່ານນັ້ນຮັກສາທ່າຮ່ວມມື ແລະການຮ່ວມສຳພັນໃນພາກພື້ນ, ພ້ອມທັງປະກອບສ່ວນເຂົ້າໃນການປະຕິບັດວິໄສທັດອາຊຽນ 2045 ຢ່າງມີປະສິດທິຜົນ.
ບັນດາລັດຖະມົນຕີອາຊຽນ ໄດ້ແບ່ງປັນການຕີລາຄາວ່າ ສະພາບການສາກົນ ແລະພາກພື້ນກຳລັງໄດ້ເຫັນກັບຕາຕໍ່ການຜັນແປຢ່າງເລິກເຊິ່ງ, ດ້ວຍການແກ່ງແຍ້ງຍຸດທະສາດລະຫວ່າງປະເທດມະຫາອຳນາດທີ່ເພີ່ມຂຶ້ນ, ການປະທະກັນດ້ວຍອາວຸດເກີດຂຶ້ນຢູ່ຫຼາຍບ່ອນ ແລະສິ່ງທ້າທາຍຂ້າມຊາດນັບມື້ນັບສັບສົນເພີ່ມຂຶ້ນ.
ໃນສະພາບການນັ້ນ, ບັນດາລັດຖະມົນຕີ ໄດ້ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ປັບປຸງຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເປັນເຈົ້າຕົນເອງທາງດ້ານຍຸດທະສາດ. ພ້ອມດຽວກັນນັ້ນ ອາຊຽນ ຄວນເປີດກວ້າງ ແລະເຮັດໃຫ້ການພົວພັນກັບຄູ່ຮ່ວມມືເລິກເຊິ່ງເພື່ອແນໃສ່ສ້າງຂົງເຂດໃຫ້ແກ່ການຮ່ວມມື, ລະດົມແຫຼ່ງກໍາລັງໃຫ້ແກ່ການສ້າງປະຊາຄົມອາຊຽນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແບ່ງປັນໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ໂດຍເນັ້ນໜັກເຖິງແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາກວມລວມ ແລະຍືນຍົງ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະຫັນເປັນສີຂຽວ, ສອດຄ່ອງກັບບັນດາເປົ້າໝາຍຂອງວິໄສທັດອາຊຽນ 2045.
ທ່ານລັດຖະມົນຕີ ຢືນຢັນວ່າ ອາຊຽນ ສືບຕໍ່ເປັນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ ແລະ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະພ້ອມກັບບັນດາປະເທດອື່ນສ້າງປະຊາຄົມອາຊຽນ ສາມັກຄີ ແລະເຂັ້ມແຂງ.
ຊົມເຊີຍຫົວຂໍ້ ແລະບັນດາບຸລິມະສິດ ປີ 2026 ຂອງຟີລິບປິນ, ພ້ອມທັງຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນປີປະທານ 2025 ຂອງມາເລເຊຍ, ທ່ານລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຕ້ອງສືບຕໍ່ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງ, ຍົກສູງກົດໝາຍສາກົນ, ລັດທິຫຼາຍຝ່າຍ ແລະຫຼັກການແກ່ນສານ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ຮູບພາບ: baoquocte.vn |
ໄປຄຽງຄູ່ເສົາຄໍ້າທາງດ້ານການເມືອງ-ຄວາມໝັ້ນຄົງ, ທ່ານລັດຖະມົນຕີ ຖືວ່າ ອາຊຽນ ຕ້ອງຍູ້ແຮງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະນະວັດຕະກໍາ, ໂດຍສຸມໃສ່ການເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, ພະລັງງານ ແລະດີຈີຕອນ, ນຳໃຊ້ບັນດາກໍາລັງໜູນເຕີບໂຕໃໝ່ ເຊັ່ນ: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ແລະປັນຍາປະດິດ, ໃນນັ້ນໃຫ້ບຸລິມະສິດປັບປຸງສັນຍາແມ່ອາຊຽນ ກ່ຽວກັບເສດຖະກິດດີຈີຕອນ (DEFA) ແລະປັບປຸງລະບົບຕ່ອງໂສ້ການສະໜອງໃຫ້ສຳເລັດໂດຍໄວ.
ກ່ຽວກັບການພົວພັນຕ່າງປະເທດ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງລະດັບຄວາມສໍາຄັນຂອງການຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືຕາມທິດແທດຈິງ ແລະດຸ່ນດ່ຽງກວ່າ, ຮັບປະກັນບັນດາຂົງເຂດບຸລິມະສິດຂອງອາຊຽນ ກໍ່ຄືນໍາໃຊ້ທ່າແຮງຂອງແຕ່ລະຄູ່ຮ່ວມມື.
ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.
ກ່ຽວກັບບັນຫາທະເລຕາເອັນອອກ, ທ່ານລັດຖະມົນຕີ ໄດ້ຢັ້ງຢືນ, ໃຫ້ຄໍາໝັ້ນສ້າງພາກພື້ນສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື, ຊຸກຍູ້ການປັບປຸງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ປະກາດວ່າ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ (AFF 2026) ໃນໄຕມາດທີສອງຂອງປີ 2026, ຂອບໃຈຕໍ່ການສະໜັບສະໜູນຂອງບັນດາປະເທດໃນເວທີປາໄສຄັ້ງທີ່ຜ່ານມາ ແລະໄດ້ເຊື້ອເຊີນບັນດາປະເທດສົ່ງຜູ້ຕາງໜ້າຂັ້ນສູງເຂົ້າຮ່ວມ.
* ວັນທີ 29 ມັງກອນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ Cebu, ປະເທດຟີລິບປິນ, ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Vivian Balakrishnan ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ແລະທ່ານ Bendito dos Santos Freitas ລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມື ຕີມໍ ແລັດສະເຕ.
    |
 |
|
ທ່ານ ເລຮ່ວາຍຈຸງ ລັດຖະມົນຕີການຕ່າງປະເທດຫວຽດນາມ ເຮັດວຽກກັບທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ. ພາບ: baoquocte.vn |
ທີ່ການພົບປະກັບລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ເຂັ້ມແຂງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ; ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍໂຄງການກະທໍາໄລຍະ 5 ປີ 2025-2030 ຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດສູງຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນການເປີດກວ້າງຂົງເຂດພັດທະນາຂອງສິງກະໂປ ຢູ່ ຫວຽດນາມ ໂດຍຜ່ານການຍົກລະດັບເຄືອຂ່າຍເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ລຸ້ນທີສອງ, ສູ້ຊົນໃຫ້ບັນລຸ 30 VSIP ໃນປີ 2026 ເພື່ອແນໃສ່ສະເຫຼີມສະຫຼອງ 30 ປີແຫ່ງການປະກົດຕົວຂອງ VSIP ຢູ່ຫວຽດນາມ.
ທີ່ການພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມື ຕີມໍ ແລັດສະເຕ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືສອງຝ່າຍ; ເຫັນດີເປັນເອກະພາບຄົ້ນຄວ້າສ້າງຕັ້ງກົນໄກການຮ່ວມມືສອງຝ່າຍ ເຊັ່ນ: ຄະນະກຳມະການຮ່ວມ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ຫຼື ອະນຸກຳມະການດ້ານການຄ້າລວມ... ພ້ອມທັງເຈລະຈາ, ລົງນາມໃນຂໍ້ຕົກລົງການຮ່ວມມືໂດຍໄວ, ເປັນຕົ້ນແມ່ນສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາເພື່ອແນໃສ່ສ້າງກອບນິຕິກໍາຊຸກຍູ້ການຮ່ວມມືທີ່ແທດຈິງ, ມຸ່ງໄປເຖິງເລື່ອງນຳການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ໂດຍ: ຈາງຫງວຽນ