leftcenterrightdel
ບັນດາເຈົ້າ​ໜ້າ​ທີ່​ອາ​ວະ​ໂສອາ​ຊຽນ - ຈີນ​ ຖ່າຍຮູບລວມ. ພາບ:​ mofa.gov.vn

ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ ແມ່ນຕອບສະໜອງຜົນປະໂຫຍດລວມຂອງທຸກປະເທດ; ທ່ານສະເໜີບັນດາຝ່າຍປະຕິບັດຕາມກົດໝາຍສາກົນ ແລະແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ທ່ານຢັ້ງຢືນວ່າ DOC ແມ່ນໜຶ່ງໃນບັນດາເອກະສານພື້ນຖານໃນການພົວພັນ ອາຊຽນ - ຈີນ, ທ່ານສະເໜີບັນດາຝ່າຍສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນການປະຕິບັດບັນດາຂໍ້ກຳນົດ, ຄຳໝັ້ນສັນຍາໃນ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ພາກພື້ນເວົ້າລວມ, ພ້ອມທັງສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ