ໃນໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕອບສຳພາດຕໍ່ສື່ມວນຊົນລາວ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຂອງປະເທດລາວ ໃນທຸກຂົງເຂດໃນໄລຍະ 5 ປີຜ່ານມາ.
ທ່ານ ຄຳພັນ ເຜີຍຍະວົງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ສະພາບແວດລ້ອມຂອງໂລກໄດ້ມີການຜັນແປຢ່າງວ່ອງໄວ, ສັບສົນ, ສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນທົ່ວໂລກ. ເຖິງວ່າປະເທດລາວ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະເງິນຕາ; ເງິນກີບຕົກຕ່ຳ; ອັດຕາເງິນເຟີ້ສູງ; ລາຄາສິນຄ້າ ແລະຄ່າຄອງຊີບເພີ່ມຂຶ້ນສູງ; ປະກົດການຫຍໍ້ທໍ້ໃນສັງຄົມເກີດຂຶ້ນຢ່າງລຽນຕິດກໍ່ຕາມ… ແຕ່ວ່າພາຍໃຕ້ການນຳພາ, ຊີ້ນຳທີ່ເປັນເອກະພາບ, ຄວາມເອົາໃຈໃສ່ຢ່າງສູງຂອງສູນກາງພັກ; ດ້ວຍຄວາມມານະພະຍາຍາມສູ້ຊົນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ແລະປະຊາຊົນລາວ ບັນດາເຜົ່າທຸກຖ້ວນໜ້າ; ພ້ອມກັບການຮ່ວມມື, ການສະໜັບສະໜູນ ແລະການຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະເທດລາວ ໄດ້ຈັດຕັ້ງປະຕິບັດບັນດາທິດທາງ ແລະເປົ້າໝາຍທີ່ໄດ້ວາງອອກ.
    |
 |
|
ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຕອບສໍາພາດນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ພື້ນຖານເສດຖະກິດສືບຕໍ່ຮັກສາການເຕີບໂຕ; ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ; ສາມາດຄວບຄຸມຄວາມສ່ຽງທີ່ອາດຈະເກີດເງິນເຟີ້ໄດ້; ບາງຕົວເລກດັດຊະນີດ້ານເສດຖະກິດ ກຳລັງຟື້ນຕົວເທື່ອລະກ້າວ ແລະ ພື້ນຖານໄດ້ຮັບການປັບປຸງໜັກແໜ້ນກວ່າ. ປະເທດລາວ ມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງເມື່ອບັນລຸໄດ້ຜົນສຳເລັດອັນສຳຄັນ, ພົ້ນເດັ່ນໃນທຸກຂົງເຂດວຽກງານ.
ທ່ານ ຄຳພັນ ເຜີຍຍະວົງ ເນັ້ນໜັກວ່າ, ກ່ຽວກັບດ້ານການເມືອງ, ປະເທດລາວ ໄດ້ຮັກສາ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໂດຍພື້ນຖານ. ບົດບາດການນຳພາ ແລະກໍາອໍານາດຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈ ແລະ ການສະໜັບສະໜູນຈາກປະຊາຊົນ.
ກ່ຽວກັບດ້ານເສດຖະກິດ, ລາວ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕິດພັນກັບການຜັນຂະຫຍາຍ ໂຄງການດໍາເນີນງານແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ, ມີລັກສະນະພື້ນຖານ. ເສດຖະກິດມະຫາພາກຜ່ານຜ່າຄວາມສ່ຽງທີ່ຈະຕົກເຂົ້າສູ່ວິກິດການເທື່ອລະກ້າວ.
ລະບົບລະບອບລະບຽບການ, ກົນໄກຄຸ້ມຄອງເສດຖະກິດໄດ້ຮັບການປັບປຸງຕາມທິດອຳນວຍຄວາມສະດວກ ແລະຊຸກຍູ້ການຜະລິດ-ດຳເນີນທຸລະກິດ, ຫັນເປັນທັນສະໄໝ, ຈໍາກັດການຮົ່ວໄຫຼງົບປະມານ; ລັດວິສາຫະກິດບາງແຫ່ງ ໄດ້ຮັບການປະຕິຮູບຢ່າງຈິງຈັງ.
ໃນໄລຍະ 5 ປີຜ່ານມາ, ພື້ນຖານເສດຖະກິດຂອງລາວ ໄດ້ຮັກສາອັດຕາການເຕີບໂຕສະເລ່ຍແມ່ນ 4,2% ແລະລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2,138 ໂດລາສະຫະລັດ. ການຜັນຂະຫຍາຍມາດຕະການແກ້ໄຂໜີ້ສາທາລະນະ ໄດ້ຊ່ວຍຫຼຸດອັດຕາສ່ວນໜີ້ສາທາລະນະຈາກ 112% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ລົງມາເປັນ 88% ຂອງ GDP ໃນປີ 2025. ອັດຕາເງິນເຟີ້ໄດ້ຮັບການຄວບຄຸມ, ຫຼຸດຈາກ 22,96% ໃນປີ 2022 ລົງມາເປັນ 8,3% ໃນປີ 2025. ລາຍຮັບງົບປະມານແຫ່ງລັດ ລື່ນກາຍແຜນການຕິດຕໍ່ກັນ 5 ປີ.
    |
 |
|
ພິທີເດີນສວນສະໜາມແຫ່ຂະບວນສະເຫຼີມສະຫຼອງວັນສາຖະປະນາ ສປປ ລາວ ຄົບຮອບ 50 ປີ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບດ້ານການຄ້າ, ຍອດວົງເງິນການຄ້າບັນລຸກວ່າ 84 ຕື້ USD, ໃນນັ້ນການສົ່ງອອກບັນລຸກວ່າ 46 ຕື້ USD, ການນຳເຂົ້າບັນລຸ 37,9 ຕື້ USD, ມູນຄ່າສ່ວນເກີນດ້ານການຄ້າບັນລຸກວ່າ 8 ຕື້ USD.
ກ່ຽວກັບການລົງທຶນ, ທຶນປຸກລະດົມບັນລຸໄດ້ທັງໝົດ 387,372 ຕື້ກີບ (17,8 ຕື້ USD), ເທົ່າກັບ 189% ຂອງແຜນການ. ການລົງທຶນຈາກງົບປະມານພາຍໃນປະເທດບັນລຸ 22.080 ຕື້ກີບ, ເທົ່າກັບ 96% ຂອງແຜນການ; ທຶນຊ່ວຍເຫຼືອບັນລຸ 54,493 ຕື້ກີບ ເທົ່າກັບ 146% ຂອງແຜນການ; ການລົງທຶນຂອງພາກເອກະຊົນຢູ່ພາຍໃນປະເທດ ແລະເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸ 266,494 ຕື້ກີບ ເທົ່າກັບ 266% ຂອງແຜນການ; ການລົງທຶນຈາກແຫຼ່ງອື່ນໆ ບັນລຸ 44,305 ຕື້ກີບ.
ກ່ຽວກັບດ້ານວັດທະນະທຳ-ສັງຄົມ, ລາວ ຖືເອົາການພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນໜ້າທີ່ແຖວໜ້າ; ປັບປຸງຄຸນນະພາບການຮຽນການສອນ; ສຸມໃສ່ແກ້ໄຂການຂາດເຂີນຄູອາຈານ ແລະສະພາບການປະລະການຮຽນຂອງນັກຮຽນ, ນັກສຶກສາ; ຊຸກຍູ້ການຄົ້ນຄວ້າວິທະຍາສາດ, ພັດທະນາການປ່ຽນແປງໃໝ່ປະດິດຄິດສ້າງ. ເອົາໃຈໃສ່ເຖິງການສົ່ງເສີມສຸຂະພາບ, ປົກປ້ອງ ແລະຍົກສູງສຸຂະພາບຂອງປະຊາຊົນ; ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳທີ່ມີສີສັນຂອງຊາດ.
ວຽກງານຄຸ້ມຄອງແຮງງານໄດ້ຮັບຄວາມເອົາໃຈໃສ່; ສົ່ງເສີມໃຫ້ພາກລັດ ແລະພາກເອກະຊົນເຂົ້າຮ່ວມການພັດທະນາ ແລະບໍາລຸງສ້າງວິຊາຊີບໃຫ້ແກ່ 159.837 ຄົນ; ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຢູ່ພາຍໃນປະເທດ ແລະຜູ້ທີ່ໄປເຮັດວຽກຢູ່ຕ່າງປະເທດໄດ້ 464.514 ຄົນ. ການປະຕິບັດນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ກັບປະເທດຊາດ ແລະວຽກງານຮັບປະກັນຊີວິດສັງຄົມ, ຊ່ວຍເຫຼືອທາງສັງຄົມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ກ່ຽວກັບກົງຈັກການຈັດຕັ້ງລັດ, ບັນດາອົງການຂອງລັດທຸກຂັ້ນໄດ້ຮັບການປັບປຸງ, ຍົກສູງຄຸນນະພາບການເຄື່ອນໄຫວ. ກົງຈັກລັດທຸກຂັ້ນໄດ້ຮັບການປັບປຸງຕາມທິດກະທັດຮັດ, ມີຄວາມໄຫວພິບ, ມີປະສິດທິພາບ, ປະສິດທິຜົນ; ຈຳນວນອົງການບໍລິຫານສູນກາງຫຼຸດຈາກ 17 ກະຊວງ ແລະ 3 ອົງການທຽບເທົ່າກະຊວງ ລົງມາເປັນ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ. ວຽງການກວດກາ, ຕິດຕາມກວດກາ ແລະ ແກ້ໄຂພາຍຫຼັງກວດກາໄດ້ຮັບການເພີ່ມທະວີຢ່າງເຂັ້ມງວດ ແລະເດັດຂາດ.
ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຈາກ 18,3% ໃນປີ 2019 ເຫຼືອ 15% ໃນປີ 2025.
ກ່ຽວກັບການພົວພັນຕ່າງປະເທດ, ລາວ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍ ແລະຫຼາຍຝ່າຍ, ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນຍົກສູງທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງຂອງປະເທດລາວ ໃນເວທີພາກພື້ນ ແລະສາກົນ.
ໂດຍ: ທູຈາງ