ອິດສະຣາແອັນ ຊັ່ງຊາເລື່ອງທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ
ລັດຖະບານ ອິດສະຣາແອັນ ພວມພິຈາລະນາເລື່ອງທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແລະ ບັນຫານີ້ນອນໃນເນື້ອໃນການປຶກສາຫາລືທີ່ກອງປະຊຸມລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Benjamin Netanyahu ເປັນປະທານ, ເຊິ່ງ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ, ຢູ່ນະຄອນຫຼວງ ແທນອາວີບ.
ປະຈຸບັນ, ຍັງບໍ່ທັນຮູ້ວ່າ ເລື່ອງທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ຈະຈັດວາງຢູ່ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ຫຼື ຢູ່ບັນດາເຂດລະອຽດຂອງເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ກໍຄືບັນດາບາດກ້າວຂອງອຳນາດການປົກຄອງອິດສະຣາແອັນ.
ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ຍັງບໍ່ທັນຍົກອອກຄຳວິຈານທີ່ວ່າ ທ່ານ Benjamin Netanyahu ໄດ້ສະໜັບສະໜູນເລື່ອງທ້ອນໂຮມເຂດດິນແດນດັ່ງກ່າວ ຫຼື ບໍ່. ໃນຂະນະນັ້ນ, ບັນດາສະມາຊິກຂວາຈັດໃນສຳພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Netanyahu ຮຽກຮ້ອງໃຫ້ລັດຖະບານ ທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ເພື່ອແນໃສ່ມີປະຕິກິລິຍາຕໍ່ເລື່ອງ ຝລັ່ງ, ອັງກິດ, ອົດສະຕາລີ ແລະ ການາດາ ຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຈັດຂຶ້ນໃນເດືອນນີ້.
ແຫຼ່ງຄັດຈາດ: vovworld.vn