ພາຍຫຼັງສານລັດຖະທຳມະນູນໄທ ປະກາດປົດຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານນາງ ແພທອງທານ ຊິນນະວັດ, ເຮັດໃຫ້ທັງຄະນະລັດຖະບານຂອງທ່ານນາງຖືກປົດຕຳແໜ່ງໄປຕາມ, ຜູ້ຮັກສາການນາຍົກລັດຖະມົນຕີ  ທ່ານ Phumtham Wechayachai ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການສ້າງຕັ້ງລັດຖະບານໃໝ່ພາຍໃຕ້ການນຳພາຂອງພັກເພື່ອໄທ.

leftcenterrightdel
ທ່ານນາງ ແພທອງທານ ຊິນນະວັດ ກ່າວຄຳເຫັນພາຍຫຼັງຖືກປົດຕຳແໜ່ງ ໃນຕອນບ່າຍວັນທີ 29 ສິງຫາ. ພາບ: Reuters

ວັນທີ 29 ສິງຫາ, ໃນການປະຊຸມຖະແຫຼງຂ່າວໂດຍມີການນຳບັນດາພັກເພື່ອໄທ, ຊາດພັດທະນາ, ປະຊາຊາດ, ຊາດໄທພັດທະນາ ແລະ ປະຊາທິປະໄຕ, ຜູ້ຮັກສາການນາຍົກລັດຖະມົນຕີ  Phumtham Wechayachai ໃຫ້ຮູ້ວ່າ ພັນທະມິດບັນດາພັກໃນລັດຖະບານເກົ່າ ຈະສືບຕໍ່ໄດ້ຮັບການຮັກສາ ແລະຈະເຄື່ອນໄຫວຕາມນາມຂອງລັດຖະບານຊົ່ວຄາວພາຍໃຕ້ການນຳພາຂອງທ່ານ.

ພັກເພື່ອໄທ ຄາດວ່າ ສະເໜີທ່ານ Chaikasem Nitisiri ເປັນຜູ້ອອກສະໝັກເລືອກຕັ້ງເຂົ້າຕຳແໜ່ງນາຍົກລັດຖະມົນຕີ. ທ່ານ Chaikasem Nitisiri ອາຍຸ 77 ປີ, ເປັນທະນາຍຄວາມ, ເຮັດວຽກໃນກົງຈັກຍຸຕິທຳເປັນເວລາຫຼາຍປີກ່ອນທີ່ກາຍເປັນລັດຖະມົນຕີກະຊວງຍຸຕິທຳປີ 2013.

ແຫຼ່ງຄັດຈາກ: vovworld.vn