50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ:
ສື່ມວນຊົນກຳປູເຈຍ ເຊີດຊູຄວາມວັດທະນາຖາວອນ ແລະປອງດອງຂອງຫວຽດນາມ
ດ້ວຍຫົວຂໍ້ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະປອງດອງ”, ນັກຮຽນຮູ້ Uch Leang ຊີ້ແຈ້ງວ່າ ກ່ຽວກັບດ້ານການເມືອງ, ຫວຽດນາມ ຮັກສາໄວ້ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກຳນົດທິດສັງຄົມນິຍົມ.
ໄຊຊະນະ 30 ເມສາ 1975 ແມ່ນຂີດໝາຍອັນພົ້ນເດັ່ນໃນປະຫວັດສາດຂອງຊາດຫວຽດນາມ. ນີ້ແມ່ນຂໍ້ສັງເກດຂອງນັກຄົ້ນຄວ້າ ທ່ານ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າ ອາຊີ - ອາຟະລິກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກຳປູເຈຍ ຂຶ້ນກັບສະຖາບັນບັນດິດ ລາຊະອານາຈັກກຳປູເຈຍ (RAC), ໃນບົດຂຽນໃນໜັງສືພິມ Khmer Times ຂອງກຳປູເຈຍ, ສະບັບອອກວັນທີ 21 ເມສາ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປິ ແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 / 30 ເມສາ 2025).
    |
 |
ບົດຂຽນ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະປອງດອງ” ໄດ້ເອົາລົງໃນໜັງສືພິມກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ວຍຫົວຂໍ້ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະປອງດອງ”, ນັກຮຽນຮູ້ Uch Leang ຊີ້ແຈ້ງວ່າ ກ່ຽວກັບດ້ານການເມືອງ, ຫວຽດນາມ ຮັກສາໄວ້ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກຳນົດທິດສັງຄົມນິຍົມ. ສຳລັບຂົງເຂດເສດຖະກິດ, ໃນປີ 2024, ການເຕີບໂຕທັງປີຂອງຫວຽດນາມ ບັນລຸກວ່າ 7%... ດ້ານວັດທະນະທຳ, ສັງຄົມ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ສາທາລະນະສຸກ… ລ້ວນແຕ່ມີບາດກ້າວພັດທະນາຢ່າງກະໂດດຂັ້ນ. ກ່ຽວກັບດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ແລະຜົນປະໂຫຍດແຫ່ງຊາດ, ຊົນຊາດສືບຕໍ່ໄດ້ຮັບການປົກປັກຮັກສາ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະພັດທະນາປະເທດຊາດ.
ນັກຄົ້ນຄວ້າ Uch Leang ສະແດງຄວາມເຊື່ອໝັ້ນວ່າ ບັນດາຜົນງານໃນ 50 ປີຜ່ານມາຈະແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ, ກໍຄືຊຸກຍູ້ການພົວພັນ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບພັດທະນາ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ