ນີ້ແມ່ນກິດຈະກຳຕົ້ນຕໍໃນບັນດາການເຄື່ອນໄຫວຂອງກອງປະຊຸມພົບປະອາຊຽນ ຢູ່ດ່ານັ້ງ 2025 ໂດຍຄະນະກຳມະການປະຊາຊົນນະຄອນດ່ານັ້ງ ສົມທົບກັບກົມອາຊຽນ (ກະຊວງການຕ່າງປະເທດ) ແລະອົງການການທູດ, ອົງການກົງສຸນບັນດາປະເທດອາຊຽນ ປະຈຳ ຫວຽດນາມ ຈັດຕັ້ງແຕ່ວັນທີ 9-11 ເມສາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມພົບປະອາຊຽນ ຢູ່ດ່ານັ້ງ. ພາບ: qdnd.vn

ກອງປະຊຸມແມ່ນໂອກາດ ເພື່ອໃຫ້ບັນດາປະເທດອາຊຽນ ແບ່ງປັນວິໄສທັດ, ແນວຄິດ ແລະການກະທໍາລວມ, ມຸ່ງໄປເຖິງການເປີດກວ້າງການຮ່ວມມື, ພັດທະນາວິທະຍາສາດ-ເຕັກໂນໂລຢີ, ດຶງດູດການລົງທຶນ ແລະຍົກສູງຄວາມສາມາດຄຸ້ມຄອງບໍລິຫານ. ກອງປະຊຸມລວມມີວາລະປຶກສາຫາລືຫຼາຍຄັ້ງ ເພື່ອຊຸກຍູ້ການຮ່ວມມືສາກົນ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວລະຫວ່າງນະຄອນດ່ານັ້ງ ແລະບັນດາປະເທດອາຊຽນ. ຜ່ານເຫດການດັ່ງກ່າວ, ນະຄອນດ່ານັ້ງ ປາດຖະໜາຢາກສ້າງລະບົບນິເວດການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຜົນປະໂຫຍດທີ່ກົມກຽວ ແລະວິໄສທັດຍາວນານ.

ໃນຂອບເຂດເຫດການດັ່ງກ່າວ, ສະຫະສະມາຄົມທ່ອງທ່ຽວດ່ານັ້ງ ໄດ້ລົງນາມໃນສັນຍາຮ່ວມມືກັບສະຫະສະມາຄົມທ່ອງທ່ຽວມາເລເຊຍ ແລະຟີລິບປິນ ແນໃສ່ຊຸກຍູ້ການທ່ອງທ່ຽວລະຫວ່າງບັນດາຝ່າຍ. ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ມອບເງິນ 10.000 ໂດລາສະຫະລັດ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ ຜ່ານທ່ານອຸປະທູດຊົ່ວຄາວສະຖານທູດມຽນມາ ປະຈຳ ຫວຽດນາມ; ສະຫະສະມາຄົມທ່ອງທ່ຽວດ່ານັ້ງ ມອບເງິນ 75 ລ້ານດົ່ງ ເພື່ອຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ.

ໂດຍ: ທະນາພອນ