ນີ້ແມ່ນກອງປະຊຸມ JCC ຄັ້ງທຳອິດຂອງຫວຽດນາມ ໃນຖານະເປັນປະເທດປະສານງານການພົວພັນ ອາຊຽນ-ອັງກິດ ອາຍຸການ 2024-2027. ທ່ານນາງ ໂຕນທິງອັກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ແລະທ່ານນາງ Sarah Tiffin ເອກອັກຄະລັດຖະທູດອັງກິດ ປະຈຳ ອາຊຽນ ເປັນປະທານຮ່ວມກອງປະຊຸມ. ສອງຝ່າຍໄດ້ກວດກາຄືນຄວາມຄືບໜ້າໃນການປະຕິບັດແຜນການກະທໍາ ອາຊຽນ-ອັງກິດ 2022-2026 ແລະພ້ອມກັນວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ຜູ້ແທນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍບົດບາດເປັນປະທານກຸ່ມຮັບຜິດຊອບຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ (IAI), ທ່ານນາງ ໂຕນທິງອັກເຮືອງ ໄດ້ອັບເດດການເຄື່ອນໄຫວຮ່ວມມືໃນຂອບເຂດ IAI, ພ້ອມທັງສົ່ງເສີມອັງກິດ ພິຈາລະນາໜູນຊ່ວຍບັນດາໂຄງການໃນແຜນການປະຕິບັດງານ IAI ໄລຍະ IV ແລະໄລຍະຕໍ່ໄປ. ທ່ານນາງ Sarah Tiffin ໄດ້ຮັບຮູ້ຂໍ້ສະເໜີນີ້ ແລະຢືນຢັນຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມຮັດແຄບຊ່ອງຫວ່າງການພັດທະນາ ແລະຂໍ້ລິເລີ່ມເຊື່ອມໂຍງອາຊຽນ.

ບັນດາຜູ້ແທນອາຊຽນ ໄດ້ສະແດງຄວາມຊົມເຊີຍຄວາມມານະພະຍາຍາມ ແລະຄໍາໝັ້ນສັນຍາຂອງ ອັງກິດ ໃນການຜັນຂະຫຍາຍແຜນການກະທໍາ ອາຊຽນ-ອັງກິດ 2022-2026. ກອງປະຊຸມໄດ້ຕີລາຄາສູງຄວາມໝາຍຂອງບັນດາໂຄງການ ແລະການເຄື່ອນໄຫວຮ່ວມມື ອາຊຽນ-ອັງກິດ ໃນບັນດາຂົງເຂດ, ຄື: ການຫັນເປັນສີຂຽວ, ການເຊື່ອມໂຍງເສດຖະກິດ, ການຮ່ວມມືທາງທະເລ ກໍ່ຄືແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ. ບັນດາທ່ານເອກອັກຄະລັດຖະທູດ ໄດ້ສົ່ງເສີມອັງກິດ ເພີ່ມທະວີການຮ່ວມມືກັບອາຊຽນ ໃນບັນດາຂົງເຂດຄວາມສາມາດບົ່ມຊ້ອນ, ຄື: ບໍລິຫານປັນຍາປະດິດ, ພະລັງງານທົດແທນ (ໜູນຊ່ວຍຕາໜ່າງໄຟຟ້າອາຊຽນ), ການບໍລິການດ້ານການເງິນ ແລະການພັດທະນາຊັບພະຍາກອນມະນຸດ.

ບັນດາຜູ້ແທນກໍ່ໄດ້ຕີລາຄາສູງການຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາຊຽນ-ອັງກິດ ກ່ຽວກັບການເຊື່ອມຕໍ່ໃນປີ 2024, ພ້ອມທັງສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງແທດຈິງໃນຂົງເຂດນີ້.

ໂດຍ: ເຈິ່ນຮວ່ຽນ