ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ - ກໍາປູເຈຍ - ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດຕັ້ງການພົບປະສັງສັນ ແລະມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ທີ່ພວມຮໍ່າຮຽນຢູ່ແຂວງອານຢາງ ພ້ອມກັບພະນັກງານຄະນະຊາວໜຸ່ມ, ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnăm Thmay ແລະບຸນປີໃໝ່ລາວ 2025.
    |
 |
ທ່ານ ໂດ໊ມິງຊາງ ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ແຂວງອານຢາງ ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາຊາວເຜົ່າຂະແມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ໂດ໊ມິງຊາງ ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ແຂວງອານຢາງ ໄດ້ສົ່ງພອນໄຊອັນປະເສີດມາຍັງບັນດາຜູ້ແທນ, ເນັ້ນໜັກວ່າ: ນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ແມ່ນປັດໄຈຮັບປະກັນໄຊຊະນະໃນການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໃນປະຫວັດສາດ, ປະຈຸບັນ ແລະໃນອະນາຄົດ. ປະຈຸບັນ, ຢູ່ມະຫາວິທະຍາໄລອານຢາງ ມີນັກສຶກສາກຳປູເຈຍ ແລະ ລາວ ຈຳນວນ 21 ຄົນ ທີ່ພວມດຳລົງຊີວິດ ແລະຮ່ຳຮຽນ. ໃນໄລຍະຜ່ານມາ, ການນຳທຸກຂັ້ນ, ຂະແໜງການ, ຄະນະຊາວໜຸ່ມແຂວງ ແລະສະຫະສະມາຄົມຊາວໜຸ່ມຫວຽດນາມ ແຂວງອານຢາງ ຍາມໃດກໍ່ເອົາໃຈໃສ່ ແລະເບິ່ງແຍງດູແລເຖິງບັນດານັກສຶກສາຂອງລາວ ແລະກໍາປູເຈຍ. ຜ່ານການເຄື່ອນໄຫວແທດຈິງຫຼາຍຢ່າງໄດ້ປະກອບສ່ວນສ້າງເງື່ອນໄຂສະດວກ ເພື່ອໃຫ້ນັກຮຽນກຳປູເຈຍ ແລະ ລາວ ລຸ້ນຕ່າງໆມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ແລະຄົ້ນຄ້ວາຢູ່ແຂວງອານຢາງ; ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະພັດທະນາບ້ານເກີດເມືອງນອນ ແລະປະເທດຊາດ. ພວກນ້ອງນັກຮຽນແມ່ນຂົວຕໍ່, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ໃຫ້ນັບມື້ນັບໝັ້ນແກ່ນຍິ່ງຂຶ້ນ.
    |
 |
ນັກສຶກສາ Pech Sovuthika (ຊາວກໍປູເຈຍ) ທີ່ມາຈາກມະຫາວິທະຍາໄລອານຢາງ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານ ຫວຽດນາມ |
ຕາງໜ້າໃຫ້ນັກສຶກສາກຳປູເຈຍ ແລະລາວ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລອານຢາງ, ນັກສຶກສາ Pech Sovuthika (ນັກສຶກສາກໍາປູເຈຍ) ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳແຂວງອານຢາງ, ຄະນະຊາວໜຸ່ມແຂວງ ແລະຄະນະອຳນວຍການມະຫາວິທະຍາໄລອານຢາງ ຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ແລະດຳລົງຊີວິດ. ນ້ອງ Pech Sovuthika ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຮໍ່າຮຽນເພື່ອບັນລຸໄດ້ຜົນງານດີທີ່ສຸດເມື່ອກັບຄືນເຮັດວຽກຢູ່ປະເທດຕົນ ປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນໃນອະນາຄົດ.
ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງອານຢາງ ໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາຊາວເຜົ່າຂະແມ 21 ຄົນ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລອານຢາງ ທີ່ມີຜົນງານດີເດັ່ນໃນສົກຮຽນ 2024-2025; ມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ຈຳນວນ 21 ຄົນທີ່ພວມຮໍ່າຮຽນຢູ່ແຂວງ ແລະພະນັກງານຄະນະຊາວໜຸ່ມ, ສະມາຄົມເປັນຊາວເຜົ່າຂະແມ 26 ຄົນ.
ໂດຍ: ທູຈາງ