ຕ້ອນຮັບບຸນປີໃໝ່ພ້ອມກັບນັກສຶກສາລາວ ແລະກຳປູເຈຍ
ກປ.ອອນໄລ - ຕອນຄ່ຳວັນທີ 14 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການພົບປະສັງສັນລະຫວ່າງການນຳນະຄອນໂຮ່ຈິີມິນ ກັບນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນ ຢູ່ນະຄອນໂຮ່ຈີມິນ.
ຕາງໜ້າການນຳນະຄອນ, ທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກນະຄອນໂຮ່ຈີມິນ ໄດ້ກ່າວຄໍາພອນໄຊອັນປະເສີດມາຍັງຜູ້ຕາງໜ້າສະຖານກົງສູນລາວ ແລະ ກຳປູເຈຍ ປະຈຳນະຄອນໂຮ່ຈີມິນ ພ້ອມດ້ວຍນັກສຶກສາລາວ ແລະກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະບຸນເຕັດ Chol Chhnam Thmay ຂອງກຳປູເຈຍ.
    |
 |
ທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ນະຄອນໂຮ່ຈີມິນ ອວຍພອນປີໃໝ່ນັກສຶກສາລາວ ແລະກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນແມ້ງເກື່ອງ ໃຫ້ຮູ້ວ່າ ປະຈຸບັນມີນັກສຶກສາລາວ ແລະ ກຳປູເຈຍ ຈຳນວນ 1.486 ຄົນ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ ແລະສະຖາບັນຕ່າງໆໃນບໍລິເວນນະຄອນ. ການນຳນະຄອນໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ຮ່ວມເດີນທາງ ແລະຊ່ວຍເຫຼືອນັກສຶກສາຢ່າງສຸດຈິດສຸດໃຈ ເພື່ອໃຫ້ພວກນ້ອງມີຄວາມອຸ່ນອ່ຽນໃຈຄົ້ນຄວ້າ ແລະຮໍ່າຮຽນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງການພົວພັນທາງການທູດລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ.
ການນຳນະຄອນໂຮ່ຈີມິນ ເຊື່ອໝັ້ນວ່າ ນັກຮຽນ, ຊາວໜຸ່ມຫວຽດນາມ, ລາວ ແລະກຳປູເຈຍ ຈະເປັນກຳລັງໜູນປັບປຸງສາຍພົວພັນສາມັກຄີ, ມິດຕະພາບ ແລະຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນອັນເລິກເຊິ່ງລະຫວ່າງປະຊາຊົນ 3 ປະເທດ ໃຫ້ຫຼາຍຕື່ມອີກ; ຫວັງວ່າ ຈະສືບຕໍ່ມີບັນດາກິດຈະກຳພົບປະແລກປ່ຽນທີ່ມີຄວາມໝາຍລະຫວ່າງໄວໜຸ່ມຂອງ 3 ປະເທດ, ເສີມຂະຫຍາຍກາລະໂອກາດເຊື່ອມຕໍ່ນັກສຶກສາລາວ ແລະ ກຳປູເຈຍ ດ້ວຍບັນດາກິດຈະການເຄື່ອນໄຫວຂອງໄວໜຸ່ມນະຄອນ, ສືບຕໍ່ເປັນຂົວຕິດພັກກັບຈິດໃຈສາມັກຄີ, ການຮ່ວມມືລະຫວ່າງປະຊາຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ, ຍາມໃດກໍ່ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນກິດຈະການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ.
    |
 |
ພິທີບາສີສູ່ຂວັນພາວະນາຂໍໃຫ້ມີຄວາມໂຊກດີ ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາງໜ້າໃຫ້ນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ, ນ້ອງ Chang Sreypech, ຮອງປະທານສະມາຄົມນັກສຶກສາກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ອາລົມຈິດຄວາມຮັກແພງ, ຄວາມເອົາໃຈໃສ່ຂອງການນຳ ແລະປະຊາຊົນນະຄອນ ໄດ້ອຳນວຍຄວາມສະດວກ ໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ ມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ເມື່ອຢູ່ຫ່າງຈາກກັບບ້ານເກີດເມືອງນອນ.
    |
 |
ນ້ອງ Chang Sreypech ຮອງປະທານສະມາຄົມນັກສຶກສາກຳປູເຈຍ ປະຈຳນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ |
ນ້ອງ Chang Sreypech ກໍ່ສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ, ຄະນະອໍານວຍການໂຮງຮຽນ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ ຈັດຕັ້ງບັນດາກິດຈະກຳຕ້ອນຮັບບຸນປີໃໝ່ປະຈຳຊາດ, ຊ່ວຍຮັກສາ ແລະແນະນຳສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດເຖິງເພື່ອນມິດຫວຽດນາມ ແລະ ສາກົນ.
ການພົບປະສັງສັນໄດ້ດຳເນີນໃນບັນຍາກາດເບີກບານມ່ວນຊື່ນ, ເຕັມໄປດ້ວຍນໍ້າໃຈສາມັກຄີດ້ວຍພິທີກຳອັນເປັນມູນເຊື້ອຂອງລາວ ແລະ ກຳປູເຈຍ: ຄື: ບາສີສູ່ຂວັນ, ບຸນຫົດນໍ້າພາວະນາຂໍໃຫ້ມີຄວາມໂຊກດີ; ລາຍການສະແດງສິລະປະຂອງນັກສຶກສາລາວ, ກຳປູເຈຍ ແລະ ຫວຽດນາມ.
ໂດຍ: ທູຈາງ