ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ Li Xiudan ຮອງຫົວໜ້າພະແນກຊັບພະຍາກອນ ແຂວງກວາງຊີ (ຈີນ), ຫົວໜ້າກອງເລຂາກອງປະຊຸມຮ່ວມມືຂຸດຄົ້ນແຮ່ທາດ ອາຊຽນ-ຈີນ ໃຫ້ຮູ້ວ່າ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຄູ່ຮ່ວມມືໄດ້ພົບປະໂອ້ລົມ, ແລກປ່ຽນການຮ່ວມມືໃນໄລຍະຜ່ານມາ ແລະປຶກສາຫາລື, ເປັນເອກະພາບຕໍ່ບັນດາບັນຫາຮ່ວມມືຈຸດສຸມໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທ່ານ Li Xiudan ຫວັງວ່າ ໝາກຜົນທີ່ກອງປະຊຸມຈະກໍານົດທິດທາງລະອຽດກວ່າໃຫ້ແກ່ບັນດາການເຄື່ອນໄຫວຂຸດຄົ້ນແຮ່ທາດແບບຍືນຍົງໃນພາກພື້ນ. ນີ້ແມ່ນບັນຫາທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກບັນດາຝ່າຍ, ເພື່ອບັນລຸປະສິດທິຜົນການຂຸດຄົ້ນແບບຍືນຍົງຕິດພັນກັບການຫຼຸດຜ່ອນມົນລະພິດ, ປົກປັກຮັກສາສິ່ງແວດລ້ອມພາກພື້ນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນຊຸກຍູ້ໂຄງການດໍາເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. 

ທ່ານ ເຈິ່ນໝີຢຸ້ງ ຮອງຫົວໜ້າກົມທໍລະນີ ແລະແຮ່ທາດຫວຽດນາມ ຕີລາຄາວ່າ ໃນຂອບເຂດການຮ່ວມມືຂຸດຄົ້ນແຮ່ທາດ ອາຊຽນ-ຈີນ, ມີຫຼາຍການເຄື່ອນໄຫວຮ່ວມມືກ່ຽວກັບອຸດສາຫະກໍາຂຸດຄົ້ນແຮ່ທາດທີ່ໄດ້ຜັນຂະຫຍາຍ ແລະບັນລຸໄດ້ໝາກຜົນຫຼາຍຢ່າງທີ່ເປັນໜ້າຮັບຮູ້. ນັ້ນແມ່ນການກໍ່ສ້າງ ແລະປະຕິບັດສໍາເລັດແຜນດໍາເນີນງານຮ່ວມມືຂຸດຄົ້ນແຮ່ທາດອາຊຽນ 2020-2025.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ເພື່ອປັບປຸງບັນດາເປົ້າໝາຍທີ່ວາງອອກໃນຂອບເຂດການຮ່ວມມື ອາຊຽນ-ຈີນ ກ່ຽວກັບການຂຸດຄົ້ນແຮ່ທາດ ກໍຄືຫຼຸດຜ່ອນຜົນກະທົບຂອງການຂຸດຄົ້ນແຮ່ທາດຕໍ່ສິ່ງແວດລ້ອມໃນອະນາຄົດ, ທ່ານ ເຈິ່ນໝີຢຸ້ງ ສະເໜີໃຫ້ສອງຝ່າຍຕ້ອງຊຸກຍູ້ການຂຸດຄົ້ນແຮ່ທາດແບບຍືນຍົງຜ່ານການແລກປ່ຽນຄວາມຮູ້, ຊ່ຽວຊານ, ເຕັກນິກ, ຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ, ຍາມໃດກໍວາງເປົ້າໝາຍພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ມຸ່ງໄປເຖິງການຮັບປະກັນການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືສ້າງນະໂຍບາຍຂຸດຄົ້ນແຮ່ທາດຕາມສົນທິສັນຍາ, ຂໍ້ກໍານົດສາກົນ, ໜູນຊ່ວຍ ເພື່ອເຊື່ອມໂຍງເຂົ້າກັບຕະຫຼາດລວມໃນພາກພື້ນ.

ຫວຽດນາມ ສົ່ງເສີມບັນດາອົງການເສດຖະກິດເຂົ້າຮ່ວມການສືບສວນ, ຕີລາຄາ, ສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງແຮ່ທາດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງທັນການໃນແຕ່ລະໄລຍະ, ສ້າງຂໍ້ມູນຂ່າວສານໜູນຊ່ວຍການຄົ້ນຄວ້າວິທະຍາສາດກ່ຽວກັບການຊອກຫາ, ສໍາຫຼວດແຮ່ທາດເພື່ອຮັບໃຊ້ພາລະກິດຫັນປະເທດເປັນອຸດສາຫະກໍາ ແລະທັນສະໄໝ. ຄຽງຂ້າງນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດອາຊຽນ, ພັດທະນາຂະແໜງຂຸດຄົ້ນແຮ່ທາດຕາມກໍານົດທິດເປັນມິດກັບສິ່ງແວດລ້ອມ, ຮັບປະກັນການພັດທະນາສະຖຽນລະພາບໃນພາກພື້ນ, ໃນນັ້ນມີກົນໄກຂຸດຄົ້ນແຮ່ທາດ ອາຊຽນ-ຈີນ. 

ໂດຍ: ໄຊຊະນະ