ລາວ ປັບປຸງລັດຖະທຳມະນູນ ເພື່ອສ້າງອຳນາດການປົກຄອງຖ້ອງຖີ່ນສາມຂັ້ນ
ວັນທີ 17 ມີນາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະພາແຫ່ງຊາດລາວ ຊຸດທີ 9 ໄດ້ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ເພື່ອພິຈາລະນາ, ຮັບຮອງເອົາຮ່າງມະຕິສະບັບປັບປຸງລັດຖະທຳມະນູນ ປີ 2015, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ, ພິຈາລະນາຂໍ້ສະເໜີປັບປຸງກົງຈັກການຈັດຕັ້ງລັດຖະບານຂອງນາຍົກລັດຖະມົນຕີ, ຄົ້ນຄ້ວານະໂຍບາຍໃຫ້ແກ່ນັກລົງທຶນມາລົງທຶນທີ່ເຂດອຸດສາຫະກຳຈຳນວນໜຶ່ງ.