ການພົບປະຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມໂດຍມີການເຂົ້າຮ່ວມຂອງທ່ານນາງ ຫວູທິບິກງອກ, ປະທານກິດຕິມະສັກກຸ່ມ AWCH ພ້ອມດ້ວຍບັນດາທ່ານນາງເອກອັກຄະລັດຖະທູດ, ພັນລະຍາຂອງເອກອັກຄະລັດຖະທູດ ແລະຜູ້ຕາງໜ້າບັນດາສະຖານທູດອາຊຽນ.

leftcenterrightdel
ທ່ານນາງ ຫງວຽນທິແທງງາ ແລະບັນດາສະມາຊິກກຸ່ມ AWCH. ພາບ: mofa.gov.vn

ແນະນຳການເຄື່ອນໄຫວຂອງກຸ່ມ ຕໍ່ກັບພັນລະຍາຂອງທ່ານປະທານສະພາແຫ່ງຊາດ, ທ່ານນາງ ຫງວຽນທິບິກງອກ ແລະບັນດາສະມາຊິກຂອງກຸ່ມ AWCH ແບ່ງປັນວ່າ ກຸ່ມໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015, ກົງກັບໂອກາດສ້າງຕັ້ງປະຊາຄົມອາຊຽນ ດ້ວຍເປົ້າໝາຍກວມລວມ ເພື່ອເຊື່ອມຕໍ່ແມ່ຍິງອາຊຽນ ແລະຄູ່ຮ່ວມມື, ນໍາ ອາຊຽນ ຍັບເຂົ້າໃກ້ກັບປະຊາຊົນ ແລະປະຊາຄົມສາກົນ. ໃນເບື້ອງຕົນມີສະມາຊິກບັນດາປະເທດອາຊຽນ, ກຸ່ມດັ່ງກ່າວຄ່ອຍໆເປີດກວ້າງ ແລະສ້າງຕັ້ງເຄືອຂ່າຍໂດຍມີການເຂົ້າຮ່ວມຂອງ 19 ປະເທດຄູ່ຮ່ວມມືອາຊຽນ.

ສິ້ນສຸດການພົບປະ, ທ່ານນາງພັນລະຍາ ຫງວຽນທິແທງງາ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ສະມາຊິກໃນກຸ່ມ AWCH, ສະແດງຄວາມຮູ້ສຶກ ແລະຄວາມປາດຖະໜາວ່າ ບັນດາການເຄື່ອນໄຫວຂອງກຸ່ມຈະສືບຕໍ່ພັດທະນາ, ຊົມເຊີຍການປະກອບສ່ວນຂອງແມ່ຍິງອາຊຽນ, ບໍ່ພຽງແຕ່ເປັນການໜູນຊ່ວຍອັນໜັກແໜ້ນເທົ່ານັ້ນ, ຫາກຍັງສ້າງກາລະໂອກາດພັດທະນາເພື່ອປະຊາຄົມ ແລະໃຫ້ປະຊາຄົມ, ປັບປຸງບັນດາຄຸນຄ່າແຫ່ງຄວາມຮັກແພງ, ຄວາມສະໜິດຕິດພັນ ແລະການແບ່ງປັນຂອງປະຊາຄົມອາຊຽນ.

ໂດຍ: ຈາງຫງວຽນ