ສະມາຊິກ “ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບ”
ວັນທີ 28 ກໍລະກົດ 1995, ຫວຽດນາມ ໄດ້ເຂົ້າເປັນສະມາຊິກທີ 7 ຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ - ແມ່ນໜຶ່ງໃນບັນດາເວທີປາໄສຫຼາຍຝ່າຍທີ່ສຳຄັນແຖວໜ້າສໍາລັບຫວຽດນາມ. ໃນຕະຫຼອດ 30 ປີຜ່ານມາ, ດ້ວຍທິດນຳ “ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບ”, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເພື່ອອາຊຽນເປັນເອກະພາບ, ສາມັກຄີ, ສັນຕິພາບ, ສະຖຽນລະພາບ, ພັດທະນາ, ມີທັດສະນະຢູ່ພາກພື້ນ ແລະໄດ້ຮັບການຮັບຮູ້ຈາກບັນດາປະເທດໃຫຍ່.
ບັນດາການປະກອບສ່ວນຂອງຫວຽດນາມ ຄື ຄວາມຕັ້ງໜ້າຊຸກຍູ້ລາວ, ມຽນມາ (ປີ 1997), ກໍາປູເຈຍ (ປີ 1999) ເຂົ້າເປັນສະມາຊິກອາຊຽນ; ມີບົດບາດສຳຄັນໃນການກຳນົດເປົ້າໝາຍ, ທິດທາງພັດທະນາ ແລະມີນະໂຍບາຍຊີ້ຂາດໃນອາຊຽນ, ເປັນຕົ້ນແມ່ນພາຍຫຼັງປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງ (ປີ 2015), ໃນນັ້ນມີ ຖະແຫຼງການຮ່າໂນ້ຍ ວ່າດ້ວຍການຮັດແຄບຊ່ອງຫວ່າງການພັດທະນາ (2001); ເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ຢູ່ຮ່າໂນ້ຍ (ປີ 1998) ພາຍຫຼັງ 3 ປີເຂົ້າເປັນສະມາຊິກອາຊຽນ ປະສົບຜົນສໍາເລັດ - ເປັນຂີດໝາຍສ້າງປະຖົມປັດໄຈ, ພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ດຳລົງຕຳແໜ່ງປະທານອາຊຽນ ໃນປີ 2010 ແລະປີ 2020 ປະສົບຜົນສໍາເລັດ; ຊຸກຍູ້ການຍົກສູງປະສິດທິຜົນການຮ່ວມມືກັບອາຊຽນ ໃນທັງ 3 ເສົາຄໍ້າ, ໃນນັ້ັນ ຖືການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງເປັນສຳຄັນ; ການຮ່ວມມືດ້ານເສດຖະກິດແມ່ນໃຈກາງ, ການຮ່ວມມືດ້ານວັດທະນະທຳ-ສັງຄົມແມ່ນພື້ນຖານ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ, ທ້ອງຖິ່ນ, ວິສາຫະກິດຫວຽດນາມ ແລະປະເທດຕ່າງໆ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາ ພ້ອມກັບທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ແລະພັນລະຍາ ຕັດເຂົ້າໜົມສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ |
ໝາກຜົນທີ່ໄດ້ຮັບຈາກການປະກອບສ່ວນຂອງຫວຽດນາມ ໃນອາຊຽນ ຍັງສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ປະກອບສ່ວນເຂົ້າໃນອາຊຽນ ກວ່າອີກ, ແມ່ນພື້ນຖານສຳຄັນເພື່ອໃຫ້ຫວຽດນາມ ສາມາດດຳລົງບົດບາດນຳພາໃນອາຊຽນ. ໃນໄລຍະດໍາລົງຕໍາແໜ່ງປະທານອາຊຽນ, ປີ 2010, ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັບຮອງເອົາຂໍ້ຕົກລົງເຊີນ ລັດເຊຍ ແລະອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ປະກອບສ່ວນຢືນຢັນບົດບາດເປັນເຈົ້າພາທາງຂອງອາຊຽນ ໃນໂຄງປະກອບພາກພື້ນ; ປີ 2020, ຫວຽດນາມ ພ້ອມກັບບັນດາປະເທດໃນພາກພື້ນຍົກອອກຫຼາຍຂໍ້ລິເລີ່ມສຳຄັນ, ປະກອບສ່ວນຮັບມືກັບພະຍາດໂຄວິດ-19 ຄື: ກອງທຶນອາຊຽນ ຮັບມືກັບພະຍາດໂຄວິດ-19, ຄັງກຽມເພື່ອອຸປະກອນການແພດສຸກເສີນອາຊຽນ, ຂອບຟື້ນຟູສັງລວມອາຊຽນ...
ພິເສດ, ຫວຽດນາມ ກໍ່ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການລົງນາມໃນຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ການກຳເນີດຂອງກົດບັດອາຊຽນ, ເປັນຕົ້ນແມ່ນກໍ່ສ້າງບັນດາເປົ້າໝາຍ, ຫຼັກການ ແລະທິດທາງຕົ້ນຕໍຂອງອາຊຽນ.
ອາຊຽນ ແມ່ນເສົາຄໍ້າສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 10 ມີນາ 2025 ຢູ່ສຳນັກງານຄະນະເລຂາອາຊຽນ (ອິນໂດເນເຊຍ), ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ອາຊຽນ ແມ່ນເສົາຄໍ້າສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຍຸດທະສາດພັດທະນາ ແລະເຊື່ອມໂຍງຂອງຫວຽດນາມ. ດ້ວຍອາຊຽນ ເປັນຈຸດເລີ່ມຕົ້ນ, ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມາຮອດປະຈຸບັນໄດ້ມີການພົວພັນທາງການທູດກັບ 194 ປະເທດ, ໃນນັ້ນມີການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ/ຍຸດທະສາດ/ຍຸດທະສາດຮອບດ້ານກັບ 35 ປະເທດ, ລວມມີບັນດາສະມາຊິກອາຊຽນ ແລະບັນດາຄູ່ຮ່ວມມືສຳຄັນຂອງອາຊຽນ. ຫວຽດນາມ ກໍ່ແມ່ນສະມາຊິກຂອງ 70 ກວ່າເວທີປາໄສພາກພື້ນ/ສາກົນ, ມີເຄືອຂ່າຍ FTA ກັບກວ່າ 60 ປະເທດ ແລະພື້ນຖານເສດຖະກິດ, ຜ່ານນັ້ນກາຍເປັນໜຶ່ງໃນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ 20 ພື້ນຖານເສດຖະກິດແຖວໜ້າໃນໂລກໃນການດຶງດູດການລົງທຶນຈາກຕ່າງປະເທດ ແລະຂອບຂະໜາດການຄ້າ.
ແບ່ງປັນກ່ຽວກັບແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງຫວຽດນາມ ໃນສັງກາດໃໝ່, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ແລະເປັນເຈົ້າການກວ່າອີກເຂົ້າໃນພື້ນຖານການເມືອງໂລກ, ພື້ນຖານເສດຖະກິດທົ່ວໂລກ ແລະພື້ນຖານສີວິໄລມະນຸດ. ໃນນັ້ນ, ກໍານົດອາຊຽນແມ່ນກົນໄກຮ່ວມມືຫຼາຍຝ່າຍສະໜິດຕິດພັນໂດຍກົງ, ສໍາຄັນແຖວໜ້າ, ຫວຽດນາມ ຈະເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະມາຄົມດ້ວຍທິດນຳປະດິດສ້າງໃນຈິນຕະນາການ, ປ່ຽນແປງໃໝ່ໃນການເຂົ້າເຖິງ, ມີໄຫວພິບໃນການຜັນຂະຫຍາຍ, ມີປະສິດທິຜົນໃນວີທີເຮັດ ແລະຂ້ຽວຂາດໃນການກະທຳ.
ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ແລະທ່ານເອກອັກຄະລັດຖະທູດ ແບ່ງປັນຕີລາຄາຕັ້ງໜ້າຕໍ່ການປະກອບສ່ວນສຳຄັນຂອງຫວຽດນາມ ໃນວິວັດການກໍ່ສ້າງປະຊາຄົມອາຊຽນ, ພິເສດແມ່ນຜ່ານການເປັນປະທານອາຊຽນ 3 ຄັ້ງ. ທ່ານ Kao Kim Hourn ແລະບັນດາເອກອັກຄະລັດຖະທູດ ກໍ່ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າພາຍໃນກຸ່ມ ແລະກັບບັນດາປະເທດນອກພາກພື້ນ, ການພັດທະນາຂໍ້ລິເລີ່ມປ່ຽນແປງໃໝ່ປະດິດສ້າງ, ການຮັບມືກັບສິ່ງທ້າທາຍທົ່ວໂລກ ແລະການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ບັນດາປະເທດສະແດງຄວາມເຊື່ອໝັ້ນວ່າດ້ວຍຄຳໝັ້ນສັນຍາຢ່າງແຮງ ແລະການນໍາພາອັນສະຫຼາດສ່ອງໃສຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຫວຽດນາມ ຈະສືບຕໍ່ພັດທະນາຈະເລີນຮຸ່ງເຮືອງ ແລະແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນນຳອາຊຽນ ເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໝັ້ນຄົງ.
ໂດຍ: ເຈິ່ນຮວ່ຽນ